(vovworld) – ວັນທີ 25/09, ທ່ານປະທານປະເທດຈີນ ສີຈີ້ນຜິງ ໄດ້ມີການເຈລະຈາກັບທ່ານປະທານາທິບໍດີອາເມລິກາ Barack Obama. ທີ່ການເຈລະຈາ, ການນຳ 2 ທ່ານໄດ້ປຶກສາຫາລືຫຼາຍບັນຫາ, ໃນນັ້ນບັນລຸໄດ້ຄວາມເຫັນດີກ່ຽວກັບເລື່ອງ ສືບຕໍ່ບັນດາຄວາມມານະພະຍາຍາມຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ຢຸດຕິບັນດາໂຄງການບຸກໂຈມຕີທາງອີນເຕີແນດ ຍ້ອນຈຸດປະສົງການຄ້າ. ແຕ່ວ່າ, 2 ຝ່າຍຍັງມີຄວາມບໍ່ລົງລອຍກັນກ່ຽວຂ້ອງເຖິງບາງບັນຫາຄື: ການຂັດແຍ້ງອະທິປະໄຕ ຫຼຶ ສິດທິມະນຸດ. ກ່າວຄຳເຫັນທີ່ການປະຊຸມຂ່າວ, ພາຍຫຼັງການເຈລະຈາ, ທ່ານປະທານາທິບໍດີ Barack Obama ໃຫ້ຮູ້ວ່າ, 2 ປະເທດບັນລຸໄດ້ບັນດາຂໍ້ຕົກລົງລວມກ່ຽວກັບບັນດາໂຄງການໃນເຄືອຂ່າຍອີນເຕີແນດ ກ່ຽວຂ້ອງເຖິງຈຸດປະສົງການຄ້າ. ສ່ວນທ່ານ ສີຈີ້ນຜິງ, ຮັບຮູ້ຂໍຕົກລົງດັ່ງກ່າວ, ພ້ອມທັງໃຫ້ຮູ້ວ່າ, ບັນດາອົງການມີສິດອຳນາດຂອງ 2 ປະເທດ ບັນລຸໄດ້ຄວາມເຫັນດີເຫັນພ້ອມທີ່ສຳຄັນໃນເລື່ອງ ພ້ອມກັນຕໍ່ສູ້, ຕ້ານບັນດາອາດຊະຍາກຳທາງອີນເຕີແນດ.