ການພົບປະລະຫວ່າງທ່ານປະທານາທິບໍດີ ອາເມລິກາ
Barack Obama ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜີງ
(ພາບ: Reuters)
(vovworld) - ວັນທີ 31/03, ພາຍຫລັງການພົບປະລະຫວ່າງທ່ານປະທານາທິບໍດີ ອາເມລິກາ Barack Obama ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜີງ ຢູ່ນອກກອງປະຊຸມສຸດຍອດກ່ຽວກັບຄວາມປອດໄພດ້ານນິວເຄຼຍ ເຊິ່ງຈັດຕັ້ງຢູ່ນະຄອນຫລວງ ວໍຊິງຕັນ, 2 ຝ່າຍໄດ້ອອກຖະແຫຼງການຮ່ວມກ່ຽວກັບການຮ່ວມມືຮັບປະກັນຄວາມປອດໄພດ້ານນິວເຄຼຍ. ຖະແຫຼງການຮ່ວມລວມມີ 10 ຂໍ້. 2 ປະເທດສະແດງ “ຄຳໝັ້ນສັນຍາຢ່າງແຂງແຮງ” ໃນການແກ້ໄຂສິ່ງທ້າທາຍກ່ຽວກັບຄວາມປອດໄພດ້ານນິວເຄຼຍ, ນັບທັງພາຍຫລັງກອງປະຊຸມສຸດຍອດດ້ານນິວເຄຼຍໃນປະຈຸບັນອັດລົງ. ຈີນ ແລະ ອາເມລິກາ ເຫັນດີເປັນເອກະພາບຮ່ວມມືສຳຫລວດ ແລະ ສະກັດກັ້ນການຄ້າເຖື່ອນວັດສະດຸນິວເຄຼຍ, ກໍ່ຄືຮ່ວມມືໃນບັນດາບັນຫາອື່ນໆ ທີ່ກ່ຽວຂ້ອງເຖິງຄວາມປອດໄພດ້ານນິວເຄຼຍ.
ໃນການຜັນແປທີ່ກ່ຽວຂ້ອງ, ວັນທີ 31/03, ອາເມລິກາ ພ້ອມກັບ ຍີ່ປຸ່ນ ແລະ ສ.ເກົາຫຼີ ໃຫ້ຄຳໝັ້ນສັນຍາຈະສົມທົບກັນຢ່າງແໜ້ນແຟ້ນ ເພື່ອປະຕິບັດບັນດາມາດຕະການລົງໂທດຂອງ ສະຫະປະຊາຊາດເພື່ອຕ້ານບັນດາໂຄງການນິວເຄຼຍ ແລະ ລູກສອນໄພນຳວິຖີຂອງສປປ ເກົາຫຼີ.