ອາເມລິກາແລະບັນດາປະເທດພັດທະມິດNATOຊ້ອມຮົບຮ່ວມທາງອາກາດຂອບດ້ວຍຂະໜາດໃຫຍ່
(ພາບປະກອບ: AFP)
(vovworld) – ອາເມລິກາ ແລະ 10 ປະເທດພັນທະມິດໃນອົງການ NATO ພວມພ້ອມກັນເຂົ້າຮ່ວມການຊ້ອມຮົບທາງອາກາດທີ່ມີຂອບຂະໜາດໃຫຍ່ສຸດຢູ່ເອີລົບ ນັບແຕ່ສິ້ນສຸດສົງຄາມເຢັນ, ໃນສະພາບທີ່ການພົວພັນລະຫວ່າງລັດເຊຍ ແລະ ບັນດາຝ່າຍຕາເວັນຕົກ ພວມເຄັ່ງຕຶງ ຊຶ່ງກ່ຽວຂ້ອງເຖິງການປະທະກັນຢູ່ ຢູ່ພາກຕາເວັນອອກຢູແກຼນ. ຕາມນັ້ນແລ້ວ, ມີພົນທະຫານເກືອບ 5.000 ຄົນ ມາຈາກ 11 ປະເທດພັດທະມິດໃນ NATO ເຂົ້າຮ່ວມບັນດາການເຄື່ອນໄຫວນາໆຊາດທາງອາກາດ ຢູ່ບັນດາປະເທດເຢຍລະມັນ, ອີຕາລີ, ບຸນກາຣີ, ໂຣມາເນຍ ໃນຮອບເວລາ 4 ອາທິດ, ເລີ່ມແຕ່ວັນທີ 15/08. ສິ່ງທີ່ໜ້າສົນໃຈກວ່າແມ່ນ ໃນວັນທີ 26/08 ຈະດຳເນີນການຝຶກແອບໂດດຈ້ອງ ດ້ວຍການເຂົ້າຮ່ວມຂອງບັນດາເຮືອບິນສູ້ຮົບ ແລະ ທະຫານໂດດຈ້ອງກວ່າ 1.000 ຄົນ ຢູ່ຖານທີ່ໝັ້ນຝືກຊ້ອມທີ່ເມືອງ Hohenfels, ປະເທດເຢຍລະມັນ. ໃນວັນດຽວກັນກໍມີການຝືກຊ້ອມເຊັ່ນດຽວກັນຢູ່ຖານທີ່ໝັ້ນຝືກຊ້ອມ Novo Selo ຢູ່ ບຸນກາຣີ.