ອາເມລິກາແລະອາຣັບບີຊາອຸດິປຶກສາຫາລືກ່ຽວກັບວິກິດການຊີຣີແລະຕ້ານກໍ່ການຮ້າຍ
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ
ອາຣັບບີ ຊາອຸດິ Mohammed bin Salman
(ພາບ: awdnews.com)
(vovworld) – ວັນທີ 17/06 ທີ່ການຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາຣັບບີ ຊາອຸດິ Mohammed bin Salman ທີ່ພວມຢ້ຽມຢາມ ອາເມລິກາ, ທ່ານປະທານາທິບໍດີ ອາເມລິກາ Barack Obama ໄດ້ເຕື້ອງເຖິງບັນດາມາດຕະການໜູນຊ່ວຍ ອີຣັກ ໃນການຕໍ່ສູ້ຕ້ານອົງການ “ລັດອິດສະລາມ” (IS) ອ້າງຊື່ເອງ, ໃນນັ້ນ ມີເລື່ອງບັນດາປະເທດເຂດອ່າວ ເພີ່ມງົບປະມານໃຫ້ບັນດາກອງທຶນໝັ້ນທ່ຽງ ແລະ ມະນຸດສະທຳຮີບດ່ວນ. ການນຳ ອາເມລິກາ ຕີລາຄາສູງບັນດາການປະກອບສ່ວນຂອງ ອາຣັບບີ ຊາອຸດິ ໃນການຕໍ່ສູ້ຕ້ານ IS, ພ້ອມທັງ ຊົມເຊີຍຄຳໝັ້ນສັນຍາຂອງ Riyadh ກ້າວໄປເຖິງຂໍ້ຕົກລົງສັນຕິພາບ ເພື່ອຢຸດຕິການປະທະກັນຢູ່ ເຢແມນ. ກ່ຽວກັບບັນຫາ ຊີຣີ 2 ຝ່າຍເນັ້ນໜັກເຖິງ ຄວາມສຳຄັນຂອງການສະໜັບສະໜູນວິວັດການມອບໂອນດ້ານການເມືອງຢູ່ປະເທດ ທີ່ພວມຕົກຢູ່ໃນສະພາບເສິກກາງເມືອງ.