ອາເມລິກາໂຈະການປະຕິບັດບັນດາມາດຕະການລົງໂທດໃໝ່ແນໃສ່ອີຣານ
(ພາບປະກອບ)
(vovworld) – ອາເມລິກາ ຕົກລົງໂຈະການປະຕິບັດບັນດາມາດຕະການລົງໂທດໃໝ່ແນໃສ່ອີຣານ ທີ່ກ່ຽວຂ້ອງເຖິງໂຄງການລູກສອນໄຟນຳວິຖີຂອງປະເທດນີ້ິ. ວັນທີ 31/12, ໜັງສືພິມ “Wall Street Journal” ໄດ້ຄັດຄຳເວົ້າຂອງວົງການເຈົ້າໜ້າທີ່ທຳນຽບຂາວໃຫ້ຮູ້ວ່າ, ກະຊວງການເງິນອາເມລິກາ ໄດ້ສ້າງບັນຊີລາຍຊື່ບັນດາມາດຕະການ ແລະ ເປົ້າໝາຍຖືກລົງໂທດສຳເລັດແລ້ວ, ແຕ່ວ່າ ໃນຈຸດເວລາປະຕິບັດຖືກໂຈະໄວ້. ຖ້າຫາກມີຜົນສັກສິດ, ນີ້ຈະແມ່ນບັນດາມາດຕະການລົງໂທດທຳອິດຂອງອາເມລິກາ ສຳລັບອີຣານ, ນັບແຕ່ເມື່ອເຕເຣຣານ ລົງນາມໃນຂໍ້ຕົກລົງກັບກຸ່ມ P5+1 (ລວມມີອັງກິດ, ຝລັ່ງ, ອາເມລິກາ, ລັດເຊຍ, ຈີນ ແລະ ເຢຍລະມັນ) ເມື່ອເດືອນ 07 ຜ່ານມາ.
ໃນທັນທີ, ວັນທີ 31/12, ໂຄສົກກະຊວງການຕ່າງປະເທດອີຣານ Jaber Ansari ໄດ້ກ່າວເຕືອນວ່າ, ອີຣານ ຈະໂຕ້ຕອບຕໍ່ບໍ່ວ່າການກະທຳລົງໂທດໃໝ່ໃດໆ ກໍຄືບັນດາມາດຕະການກີດຂວາງຂອງອາເມລິກາ ສຳລັບໂຄງການລູກສອນໄຟປ້ອງກັນຂອງອີຣານ.