ອາເມລິກາໜູນຊ່ວຍ40ລ້ານUSDຊ່ວຍຫວຽດນາມເພີ່ມທະວີກຳລັງຄວາມສາມາດທາງທະເລ

ອາເມລິກາໜູນຊ່ວຍ40ລ້ານUSDຊ່ວຍຫວຽດນາມເພີ່ມທະວີກຳລັງຄວາມສາມາດທາງທະເລ - ảnh 1
(ພາບປະກອບ)

(vovworld) – ລັດຖະບານ​ອາ​ເມລິ​ກາ​ ຈະ​ໜູນ​ຊ່ວຍ 40 ລ້ານ USD ​ໃນຮອບ​ເວລາ 2 ປີ, ​ເພື່ອ​ຊ່ວຍ​ຫວຽດນາມ ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ທາງ​ທະ​ເລ. ນີ້​ແມ່ນສ່ວນ​ໜຶ່ງ​ໃນ​ແຜນ​ການ​ຂອງ​ວໍ​ຊິງ​ຕັນ ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ບັນດາ​ປະ​ເທດ​ອາຊີຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ເພີ່ມ​ທະວີກຳລັງ​ຄວາມ​ສາມາດ​ທາງ​ທະ​ເລ ​ໃນ​ສະພາບ​ທະ​ເລ​ຕາ​ເວັນ​ອອກ ພວມ​ນັບ​ມື້​ນັບ​ສັບສົນຫຼານ​ຂຶ້ນ. ທຳນຽບຂາວ​ຊີ້​ແຈ້ງ​ຄຳ​ໝັ້ນ​ສັນຍາ​ໜູນ​ຊ່ວຍ​ຫວຽດນາມ ​ເພີ່ມ​ທະ​ວີກຳລັງ​ຄວາມ​ສາມາດ​ທາງ​ທະ​ເລ ​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຜ່ານ​ເລື່ອ​ງອາມ​ເລິ​ກາ ຍົກ​​ເລິກ​ຄຳ​ສັ່ງ​ຫ້າມ​ຂາຍ​ອາວຸດ​​ກ່ຽວ​ຂ້ອງ​ເຖິງ​ຄວາມ​ສະຫງົບ​ທາງ​ທະ​ເລ, ​ເປີດ​ກວ້າງ​ການ​ຝຶກ​ຊ້ອມ 2 ຝ່າຍ​ກ່ຽວ​ກັບ​ການ​ກູ້​ໄພ​ກູ້​ຊີບ​​ເມື່ອ​ເກີດໄພພິບັດ ​ແລະ ບັນດາ​ບັນຫາ​ມະ​ນຸດ​ສະ​ທຳ. ​ໃນ​​ແຈ້ງ​ການທີ່​ໄດ້​ຍົກ​ອອກ​ມາ​ໃນ​ຕອນ​ເຊົ້າ​ວັນ​ທີ 18/11, ທຳນຽບຂາວ​ໃຫ້​ຮູ້​ວ່າ, ອາ​ເມ​ລິ​ກາ ​ໃຫ​້ຄຳ​ໝັ້ນ​ສັນຍາ​ສະ​ໜອງ​ເງິນ 119 ລ້ານ USD ​ໃນ​ປີ​ການ​ເງິນ 2015 ​ແລະ ຄາດ​ວ່າ​ຈະ​ສະ​ຫງວນ​ເງິນ 140 ລ້ານ USD ຕື່ມ​ອີກ ​ໃນ​​ປີ​ຕໍ່​ໄປ ​ເພື່ອ​ແນ​ໃສ່​ຊ່ວຍ​ໃຫ້​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​​ໃຕ້​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ​ທາງ​ທະ​ເລ.

ຂ່າວ/ບົດ​ອື່ນ