(vovworld) - ວັນທີ 10/8, ລັດຖະບານອາເມລິກາ ໄດ້ ຈັດວາງສຳສັ່ງລົງໂທດຕ້ານບໍລິສັດນ້ຳມັນອາຍແກັດແຫ່ງລັດຊີຣີ Sytrol ດ້ວຍຄຳກ່າວຫາວ່າ ບໍລິສັດນີ້ໄດ້ມີການພົວພັນທຳມາຄ້າຂາຍກັບຂະແໜງພະລັງງານອີຣານ. ໃນນັ້ນ, ກະຊວງການຕ່າງປະເທດອາເມລິກາ ກ່າວຫາບໍລິສັດ Sytrol ໄດ້ສົ່ງນ້ຳມັນ 33.000 ໂຕນໃຫ້ແກ່ອີຣານ ເມື່ອເດືອນ 4 ປີ 2012. ໃນແຈ້ງການສະບັບໜຶ່ງ, ໂຄສົກກະຊວງການຕ່າງປະເທດອາເມລິກາ Patrick Ventrell, ໄດ້ເວົ້າວ່າ ອາເມລິກາ ຍັງມີຄວາມວິຕົກກັງວົນທີ່ສຸດຕໍ່ບັນດາການພົວພັນທີ່ໃກ້ຊິດລະຫວ່າງສອງລະບອບກຳອຳນາດຢູ່ອີຣານ ແລະ ຊີຣີ, ພ້ອມກັນນັ້ນກໍໃຫ້ຄຳໝັ້ນສັນຍາວ່າ ຈະນຳໃຊ້ທຸກວິທີເພື່ອສະກັດກັ້ນການທຳລາຍຄວາມມີສະຖຽນລະພາບໃນພາກພື້ນ.
ແລະກໍໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີອັງກິດ David Cameron ກໍໄດ້ຖະແຫຼງວ່າ ທ່ານປະທານນາທິບໍດີຊີຣີ Bashar al Assad ຕ້ອງລາອອກຈາກຕຳແໜ່ງ. ທ່ານຢືນຢັນວ່າ ຈະກໍຄວາມດັນທາງການທູດເພື່ອໃຫ້ລັດເຊຍ ແລະ ຈີນ ຮັບຮູ້ບັນດາກົານລົງໂທດຢ່າງຮຸ້ນແຮງກວ່າເພື່ອຕ້ານປະທານາທິບໍດີຊີຣີ, ກ້າວໄປເຖິງຈຸດໝາຍສຸດທ້າຍແມ່ນທ່ານ Assad ລາອອກຈາກຕຳແໜ່ງ.
ໃນຄະນະນັ້ນ, ຢູ່ຊີຣີ, ຈຳນວນຄົນຫລົບໄພຈາກນະຄອນ Aleppo ຂອງຊີຣີ ໄປຍັງບັນດາປະເທດບ້ານໄກ້ເຮືອນຄຽງ ໃນໄລຍະມໍ່ໆມານີ້ ນັບມື້ນັບຫຼາຍຂຶ້ນ ເຊິ່ງໄດ້ຍົກຈຳນວນຜູ້ຫລົບໄພຂອງປະເທດນີ້ຂຶ້ນເຖິງ 150.000 ຄົມ.