ອາ​ເມ​ລິ​ກາ, ຈີນ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ດ້ານ​ການ​ຄ້າຄືນ​ໃໝ່​ໃນ​ເດືອນ​ຕຸ​ລາ

(VOVWORLD) - ວັນທີ 5 ກັນຍາ, ບັນດາຫົວໜ້າຄະນະເຈລະຈາດ້ານການຄ້າຂອງຈີນ ແລະ ອາເມລິກາ ໄດ້ເຫັນດີເປັນເອກະພາບຈະດຳເນີນຮອບເຈລະຈາດ້ານການຄ້າ ແລະ ເສດຖະກິດຂັ້ນສູງຄັ້ງທີ່ 13 ໃນເດືອນ ຕຸລາ ຢູ່ ວໍຊິງຕັນ.
ອາ​ເມ​ລິ​ກາ, ຈີນ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ດ້ານ​ການ​ຄ້າຄືນ​ໃໝ່​ໃນ​ເດືອນ​ຕຸ​ລາ - ảnh 1ການເຈລະຈາລະຫວ່າງ ອາເມລິກາ ແລະ ຈີນ ຢູ່ປັກກິ່ງ ໃນເດືອນ ກໍລະກົດທີ່ຜ່ານມາ (ພາບ: AFP)

ກະຊວງການຄ້າຈີນ ໄດ້ອອກຖະແຫຼງການດັ່ງກ່າວພາຍຫຼັງການເຈລະຈາຜ່ານທາງໂທລະສັບລະຫວ່າງ ທ່ານ ລຽວເຄືອ  ຮອງນາຍົກລັດຖະມົນຕີຈີນແລະ ທ່ານ Robert Lighthizer ຕາງໜ້າການຄ້າ ອາເມລິກາ ພ້ອມກັບທ່ານ Steven Mnuchin ລັດຖະມົນຕີການເງິນ ອາເມລິກາ. ນອກຈາກນັ້ນ, ຍັງມີ ທ່ານ ຢີກາງ ຜູ້ວ່າການທະນາຄານປະຊາຊົນຈີນ (PBOC) ກໍ່ເຂົ້າຮ່ວມການເຈລະຈາຜ່ານທາງໂທລະສັບດັ່ງກ່າວ.

        ໃນການຈະລາຈາຜ່ານທາງໂທລະສັບ, ສອງຝ່າຍໄດ້ເຫັນດີເປັນເອກະພາບພ້ອມກັນຜັນຂະຫຍາຍບັນດາການກະທຳຢ່າງລະອຽດເພື່ອແນໃສ່ສ້າງເງື່ອນໄຂສະດວກໃນການຊຸກຍູ້ບັນດາການປຶກສາຫາລືສອງຝ່າຍ. ກ່ອນທີ່ຈະດຳເນີນການເຈລະຈາໃນເດືອນ ຕຸລາຈະມາເຖິງ, ຄະນະເຈລະຈາດ້ານການຄ້າສອງປະເທດຈະດຳເນີນການປຶກສາຫາລືໃນກາງເດືອນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ