ອາ​ເມ​ລິ​ກາ​ ຈະ​​ຮັບ​ຊາວ ​ຢູ​ແກຼນ ​ລົບ​ໄພ​ປະ​ມານ 100.000 ຄົນ

(VOVWORLD) -ອາເມລິກາ ຈະຮັບຊາວຢູແກຼນ ປະມານ 100.000 ຄົນ ທີ່ຍົກຍ້າຍໄປຍັງປະເທດນີ້.
ອາ​ເມ​ລິ​ກາ​ ຈະ​​ຮັບ​ຊາວ ​ຢູ​ແກຼນ ​ລົບ​ໄພ​ປະ​ມານ 100.000 ຄົນ - ảnh 1ແຈກຢາຍເຄື່ອງຂອງໃຫ້ແກ່ຊາວ ຢູແກຼນ ທີ່ອົບພະຍົບໄປຍັງ ໂປໂລຍ ໃນວັນທີ 26 ກຸມພາ (ພາບ: PAP/TTXVN)

ຄາດວ່າ ອາເມລິກາ ຈະຮັບຊາວຢູແກຼນ ປະມານ 100.000 ຄົນ ທີ່ຍົກຍ້າຍໄປຍັງປະເທດນີ້. ການກະທຳດັ່ງກ່າວໄດ້ຍົກອອກ ໃນສະພາບການທີ່ທ່ານປະທານາທາບໍດີ ອາເມລິກາ Joe Biden ພວມຢູ່ brussels, ປະເທດ ແບນຊິກ ເພື່ອພົບປະກັບການນຳເອີລົບ ປຶກສາຫາລືກ່ຽວກັບມາດຕະການຮັບມືລວມກັບວິກິດການຢູ່ ຢູແກຼນ. ບັນດາກົນໄກຕ້ອນຮັບຊາວລົບໄພຈາກຢູແກຼນ ໄປຍັງອາເມລິກາ ອາດຈະຜ່ານໂຄງການເຂົ້າມາຕັ້ງຖິ່ນຖານຢູ່ອາເມລິກາ, ໂຄງການອອກວີຊາໃຫ້ຍາດຕິພີ່ນ້ອງ ຫຼືບາງກົນໄກຊົ່ວຄາວຕາມນະໂຍບາຍມະນຸດສະທຳ.


 

ຕອບກັບ

ຂ່າວ/ບົດ​ອື່ນ