ອາເມລິກາ ຍົກອອກເງື່ອນໄຂເຈລະຈາກັບ ສປປ.ເກົາຫຼີ

(VOVWORLD) - ວັນທີ 03 ສິງຫາ, ກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ: ປະເທດນີ້ ຈະບໍ່ຈັດຕັ້ງການເຈລະຈາກັບ ສປປ.ເກົາຫຼີ 
ອາເມລິກາ ຍົກອອກເງື່ອນໄຂເຈລະຈາກັບ ສປປ.ເກົາຫຼີ - ảnh 1 ການນຳ ອາເມລິກາ ແລະ ສປປ.ເກົາຫຼີ (ພາບ:  Kyodo/TTXVN)

ຖ້າຫາກ ພຽງຢາງ ບໍ່ພິສູດໃຫ້ເຫັນວ່າປະເທດນີ້ ພ້ອມແລ້ວທີ່ຈະປະລະບັນດາໂຄງການນິວເຄຼຍ ແລະ ລູກສອນໄຟ. ກ່າວຄຳເຫັນທີ່ການປະຊຸມຂ່າວ, ໂຄສົກກະຊວງການຕ່າງປະເທດ ອາເມລິກາ Heather Nauert ຖະແຫຼງວ່າ ສປປ.ເກົາຫຼີ ຄວນມີບັນດາບາດກ້າວ ເພື່ອໃຫ້ ອາເມລິກາ ແລະ ໂລກ ເຫັນໄດ້ບັນດາຄວາມມານະພະຍາຍາມກ່ຽວກັບການປອດນິວເຄຼຍຢ່າງເຂັ້ມງວດຂອງປະເທດນີ້. ຕາມທ່ານນາງ Heather Nauert ແລ້ວ, ອາເມລິກາ ໄດ້ເຮັດແຈ້ງ ບັນດາຄວາມມຸ່ງຫວັງຂອງຕົນ ສຳລັບລັດຖະບານ ສປປ.ເກົາຫຼີ ແລະ ຝ່າຍ ສປປ.ເກົາຫຼີ ຮູ້ແຈ້ງແລ້ວວ່າສິ່ງໃດທີ່ຄວນເຮັດ.  ພ້ອມກັນນັ້ນ, ໂຄສົກກະຊວງການຕ່າງປະເທດ ອາເມລິກາ ກໍ່ເຕື້ອງເຖິງຜົນສຳເລັດໃນຄວາມມານະພະຍາຍາມຂອງ ວໍຊິງຕັນ ແນໃສ່ສະກັດກັ້ນກະແສເງິນຈາກຕ່າງປະເທດເຂົ້າໂຄງການນິວເຄຼຍຂອງ ພຽງຢາງ.

ຕອບກັບ

ຂ່າວ/ບົດ​ອື່ນ