ອາເມລິກາ - ຍີ່ປຸ່ນ - ສ.ເກົາຫຼີ ສ້າງຕັ້ງກົນໄກຮ່ວມມືດ້ານຄວາມໝັ້ນຄົງທີ່ສຳຄັນຢູ່ກອງປະຊຸມສຸດຍອດ ຄັ້ງຈະມາເຖິງ
(VOVWORLD) - ກອງປະຊຸມສຸດຍອດ ອາເມລິກາ - ຍີ່ປຸ່ນ - ສ.ເກົາຫຼີ ໂດຍທ່ານປະທານາທິບໍດີ ອາເມລິກາ Joe Biden ເປັນປະທານ ດ້ວຍການເຂົ້າຮ່ວມຂອງທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ຈະດຳເນີນຢູ່ ຄ້າຍ David (ອາເມລິກາ).
ທ່ານປະທານາທິບໍດີ ອາເມລິກາ Joe Biden (ເບື້ອງຊ້າຍ), ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida (ຢູ່ທາງກາງ) ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol (ເບື້ອງຂວາ) ໃນການພົບປະຢູ່ນອກກອງປະຊຸມສຸດຍອດ G7 (ພາບ: AFP/TTXVN)
|
ວັນທີ 18 ສິງຫາ ຈະມາເຖິງ, ກອງປະຊຸມສຸດຍອດ ອາເມລິກາ - ຍີ່ປຸ່ນ - ສ.ເກົາຫຼີ ໂດຍທ່ານປະທານາທິບໍດີ ອາເມລິກາ Joe Biden ເປັນປະທານ ດ້ວຍການເຂົ້າຮ່ວມຂອງທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ຈະດຳເນີນຢູ່ ຄ້າຍ David (ອາເມລິກາ).
ຜ່ານກອງປະຊຸມຄັ້ງນີ້, ບັນດາຝ່າຍຈະສ້າງກອບກົນໄກສຳຄັນໃນອະນາຄົດກ່ຽວກັບການຮ່ວມມືດ້ານຄວາມໝັ້ນຄົງ 3 ຝ່າຍ, ມຸ່ງໄປເຖິງການຫັນກອບກົນໄກຮ່ວມມືນີ້ໃຫ້ເປັນລະອຽດ. ບັນດາການນຳກໍຈະປຶກສາຫາລືກ່ຽວກັບວິໄສທັດລວມ ແລະ ບັນດາຫຼັກການພື້ນຖານໃນການຮ່ວມມື 3 ຝ່າຍ, ກໍຄືການສ້າງບັນດາກົນໄກຮ່ວມມືຮອບດ້ານ ແລະ ນາໆຊັ້ນໃນຫຼາຍຂົງເຂດທີ່ແຕກຕ່າງກັນ ແລະ ໃນທຸກລະດັບ.
ໄປຄຽງຄູ່ກັນນັ້ນ, ການນຳ 3 ປະເທດ ສ.ເກົາຫຼີ - ອາເມລິກາ - ຍີ່ປຸ່ນ ກໍຍັງຈະປຶກສາຫາລືກ່ຽວກັບມາດຕະການຕ່າງໆ ເພື່ອຮ່ວມມືຊຸກຍູ້ຄວາມວັດທະນາຖາວອນ ແລະ ພັດທະນາອະນາຄົດຂອງພາກພື້ນ, ໃນນັ້ນ ມີບັນດາສິ່ງທ້າທາຍຮ່ວມມືກ່ຽວກັບອຸດສາຫະກຳທັນສະໄໝ ແລະ ປັບປຸງການພົວພັນຄູ່ຮ່ວມມືເພື່ອຮັບມືກັບບັນດາບັນຫາຄວາມໝັ້ນຄົງດ້ານເສດຖະກິດຄື ຄວາມສ່ຽງທີ່ກ່ຽວຂ້ອງເຖິງລະບົບສະໜອງ ແລະ ພະລັງງານ.