ອາເມລິກາ ຍີ່ປຸ່ນ ອົດສະຕາລີ ແລະ ອິນເດຍ ຊຸກຍູ້ການຈັດກອງປະຊຸມສຸດຍອດ ຄັ້ງທຳອິດ.

(VOVWORLD) -        ອາເມລິກາ ຍີ່ປຸ່ນ ອົດສະຕາລີ ແລະ ອິນເດຍ ພວມຊຸກຍູ້ການດຳເນີນກອງປະຊຸມຄັ້ງທຳອິດ ລະຫວ່າງການນຳບັນດາປະເທດ ໃນຂອບເຂດການຮ່ວມມື ທີ່ຖືກເອີ້ນວ່າ ກຸ່ມ 4 ຝ່າຍ
     ອາເມລິກາ ຍີ່ປຸ່ນ ອົດສະຕາລີ ແລະ ອິນເດຍ ຊຸກຍູ້ການຈັດກອງປະຊຸມສຸດຍອດ ຄັ້ງທຳອິດ.  - ảnh 1ກອງປະຊຸມລະຫວ່າງອາເມລິກາ ຍີ່ປຸ່ນ ອົດສະຕາລີ ແລະ ອິນເດຍ ຖືກຈັດຂຶ້ນຢູ່ຍີປຸ່ນເມື່ອປີກາຍນີ້

ໃນກອງປະຊຸມທີ່ຄາດວ່າຈະດຳເນີນນີ້, ບັນດາການນຳຈະປຶກສາຫາລື ກ່ຽວກັບການຮ່ວມມື ເພື່ອສ້າງພາກພື້ນ “ມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ” ໃຫ້ປະກົດຜົນເປັນຈິງ. ຂໍ້ສະເໜີນີ້ຖືກຍົກອອກມາໃນສະພາບການ ທີ່ອຳນາດການປົກຄອງຂອງປະທານາທິບໍດີຄົນໃໝ່ ຂອງອາເມລິກາ ໂຈໄບດັນ ມີຄວາມຫວັງຢາກປັບປຸງສາຍພົວພັນລະຫວ່າງ 4 ປະເທດໃຫຍ່ໃນພາກພື້ນ ເຊິ່ງຕາມວິທິສັງເກດຂອງທີ່ປຶກສາດ້ານຄວາມໝັ້ນຄົງ ອາເມລິກາ ທີ່ວ່າ ແມ່ນພື້ນຖານເພື່ອໃຫ້ອາເມລິກາສ້າງນະໂຍບາຍ ທີ່ໝັ້ນຄົງຢູ່ມະຫາສະໝຸດ ອິນເດຍ - ປາຊີຟິກ.

     ທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດຄັ້ງທີ່ສອງ ທີ່ຈັດຂຶ້ນຢູ່ ໂຕກຽວ ປະເທດ ຍີ່ປຸ່ນ ໃນເດືອນ ຕຸລາ ປີກາຍນີ້, ບັນດາປະເທດໄດ້ໝັ້ນໝາຍສືບຕໍ່ເປີດກວ້າງການຮ່ວມມື ເພື່ອປະຕິບັດວິໄສທັດ ມະຫາສະໝຸດ ອິນເດຍ- ປາຊີຟິກເສລີ  ແລະ ເປີດກວ້າງ ອີງປົນກົດໝາຍ. 

ຕອບກັບ

ຂ່າວ/ບົດ​ອື່ນ