ອາເມລິກາ - ຍີ່ປຸ່ນ ໃຫ້ຄຳໝັ້ນສັນຍາຊຸກຍູ້ການພົວພັນພັນທະມິດດ້ານປ້ອງກັນຄວາມສະຫງົບ

ອາເມລິກາ - ຍີ່ປຸ່ນ ໃຫ້ຄຳໝັ້ນສັນຍາຊຸກຍູ້ການພົວພັນພັນທະມິດດ້ານປ້ອງກັນຄວາມສະຫງົບ - ảnh 1
ປະທານາທິບໍດີ ອາ​ເມ​ລິ​ກາ ​Barack Obama ​ແລະ ນາຍົກ​ລັດຖະມົນຕີ ຍີ່ປຸ່ນ Shinzo Abe
(ພາບ: AP)

(vovworld) – ອາ​ເມ​ລິ​ກາ ​ແລະ ຍີ່ປຸ່ນ ຢັ້ງຢືນ ຈະ​ເພີ່ມ​ທະວີ​ສາຍ​ພົວພັນ​ພັນທະ​ມິດ​ດ້ານ​ປ້ອງ​ກັນ​ຄວາມ​ສະ​ຫງົບ 2 ຝ່າຍ ​ແລະ ສືບ​ຕໍ່​ນຳ​ໃຊ້​ນະ​ໂຍບາຍ​ແຂງ​ກະດ້າງ​ກັບ ສປປ ​ເກົາຫຼີ. ຖະ​ແຫຼ​ງການ​ດັ່ງ​ກ່າວ​ຖືກ​ຍົກ​ອອກ​ມາ​ທີ່​ການ​​​​ເຈລະຈາ​ລະ​ຫວ່າງ​ປະທານາທິບໍດີ ອາ​ເມ​ລິ​ກາ ​Barack Obama ​ແລະ ທ່ານ​ນາຍົກ​ລັດຖະມົນຕີ ຍີ່ປຸ່ນ Shinzo Abe ຢູ່ ທຳນຽບຂາວ ​ເມື່ອ​ຕອນ​ເຊົ້າ​ວັນ​ທີ 23/2 (ຕາມ​ເວລາ ຫວຽດນາມ). ທີ່​ການ​​​ເຈລະຈາ, ປະທານາທິບໍດີ ​Barack Obama ​ແລະ ທ່ານ​ນາຍົກ​ລັດຖະມົນຕີ Shinzo Abe  ​ເນັ້ນ​ໜັກ​ວ່າ: ອາ​ເມ​ລິ​ກາ ​ແລະ ຍີ່ປຸ່ນ ຈະ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ເພ່ືອ​ຊຸກຍູ້​ຄວາມ​​ເປັນ​ປົກກະຕິ ​ແລະ ການ​ເຕີບ​ໂຕ​ເສດຖະກິດ ຢູ່ ອາຊີ - ປາ​ຊີ​ຟິກ. ທ່ານປະທານາທິບໍດີ ​Barack Obama ​ໃຫ້​ຮູ້​ວ່າ:

“ພວກ​ຂ້າພະ​ເຈົ້າ​ເປັນ​ເອກະ​ພາບ​ກັນ​ວ່າ: ບຸລິມະສິດ​ອັນ​ດັບ​ໜຶ່ງຂອງ 2 ປະ​ເທດ​ແມ່ນ​ຮັບປະກັນ​ການ​ເຕີບ​ໂຕ ​ແລະ ທຸກ​ຄົນ​ລ້ວນ​ແຕ່​ມີ​ຄວາມ​ວັດທະນາ​ຖາວອນ​ຖ້າ​ຫາກ​ມານະ​ພະຍາຍາມ​ເຮັດ​ວຽກ. ພວກ​ຂ້າພະ​ເຈົ້າ​ຈະ​ປຶກສາ​ຫາ​ລື​ບັນດາ​ບັນຫາ ກໍ່​ຄືມາດ​ຕະການ​ຕ່າງໆເພື່ອ​ສາມາດ​ດຳ​ເນີນ​ຢູ່​ແຕ່ລະ​ປະ​ເທດ ​​ແນ​ໃສ່ຊຸກຍູ້ດ້ານ​ການ​ຄ້າ ​ແລະ ການ​​ເຕີບ​​ໂຕ, ສ້າງ​ກາລະ​ໂອກາດ​ຫຼາຍ​ກ່ວາ​ອີກໃຫ້​ທັງ ອາ​ເມ​ລິ​ກາ ​ແລ​ະ ຍີ່ປຸ່ນ”

        ປະທານາທິບໍດີ ​Barack Obama ຊີ້​ແຈງ​ວ່າ: ການ​ພົວພັນ​ພັນທະ​ມິດ ອາ​ເມ​ລິ​ກາ - ຍີ່​ປຸ່ນ ​ແມ່ນ​ພື້ນຖານ​ໃຈກາງ​ຂ​ອງສະຖຽນລະ​ພາບ​ໃນ​ພາກ​ພື້ນ. ສ່ວນ​ທ່ານນາຍົກ​ລັດຖະມົນຕີ Shinzo Abe  ກໍ່ຢັ້ງຢືນວ່າ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ການ​ພົວພັນ​ພັນທະ​ມິດ ຍີ່ປຸ່ນ - ອາ​ເມ​ລິກາ ​ໄດ້​ຮັບ​ການ​ຟື້ນ​ຟູ ​ແລະ ​ໂຕ​ກຽວ ຈະ​ສືບ​ຕໍ່ມີ​ການ​ກະທຳ​ຢ່າງ​ລະມັດລະວັງ​​ໃນ​ການ​ພິດ​ພາດ​ອະທິປະ​ໄຕກັບ ຈີນ.

ຂ່າວ/ບົດ​ອື່ນ