ອາ​ເມ​ລິ​ກາ ດັບ​ສູນ​ຫົວ​ໂປ່​ຂັ້ນ​ສູງ​ຂອງ al-Qaeda ຢູ່​ຊີ​ຣີ

(VOVWORLD) -ຫົວໂປ່ຂັ້ນສູງຂອງເຄືອຂ່າຍກໍ່ການຮ້າຍສາກົນ al-Qaeda ຖືກເຮືອບິນບໍ່ມີຄົນຂັບອາເມລິກາ ດັບສູນ  ຢູ່ເຂດຕາເວັນຕົກສ່ຽງເໜືອປະເທດຊີຣີ.
ອາ​ເມ​ລິ​ກາ ດັບ​ສູນ​ຫົວ​ໂປ່​ຂັ້ນ​ສູງ​ຂອງ al-Qaeda ຢູ່​ຊີ​ຣີ - ảnh 1

 (ພາບປະກອບ: AFP/TTXVN)

   ວັນທີ 22 ຕຸລາ, ທຳນຽບ 5 ແຈໄດ້ອອກແຈ້ງການໃຫ້ຮູ້ວ່າ: Abdul Hamid al-Matar, ຫົວໂປ່ຂັ້ນສູງຂອງເຄືອຂ່າຍກໍ່ການຮ້າຍສາກົນ al-Qaeda ຖືກເຮືອບິນບໍ່ມີຄົນຂັບອາເມລິກາ ດັບສູນ ໃນການບຸກໂຈມຕີທາງອາກາດ ຢູ່ເຂດຕາເວັນຕົກສ່ຽງເໜືອປະເທດຊີຣີ.

ເຫດບຸກໂຈມຕີທາງອາກາດດັ່ງກ່າວ ໄດ້ດຳເນີນໃນເວລາບໍ່ດົນ ພາຍຫຼັງຖານທີ່ໝັ້ນ Al-Tanf ຂອງອາເມລິກາ ຢູ່ຊີຣີ ຖືກເຮືອບິນບໍ່ມີຄົນຂັບບຸກໂຈມຕີ. ນີ້ແມ່ນຖານທີ່ໝັ້ນຕັ້ງຢູ່ທາງທິດໃຕ້ປະເທດຊີຣີ, ຖືກສ້າງຂຶ້ນເມື່ອປີ 2016 ໃນຂອບເຂດບັ້ນຮົບຕ້ານ IS ໂດຍອາເມລິກາ ນຳໜ້້າ. ຖານທີ່ໝັ້ນແຫ່ງນີ້ ຢູ່ມໍ່ກັບດ່ານຊາຍແດນ Tanf ຂອງຊີຣີ ກັບອີຣັກ ແລະ ຈໍແດນ ແຕ່ລັດຖະບານຊີຣີ ໄດ້ປະຕິເສດທະຫານອາເມລິກາ ທີ່ມາຕັ້ງທັບຢູ່ທີ່ນີ້ ຫຼາຍເທື່ອແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ