ອາເມລິກາ ດຳເນີນບັ້ນບຸກໂຈມຕີທາງອາກາດ ເລັ່ງໃສ່ເຂດ ດິນແດນ ອີຣັກ
(VOVWORLD) - ອາເມລິກາ ບໍ່ມີເຈດຈຳນົງເຮັດໃຫ້ການປະທະກັນຢູ່ພາກພື້ນເພີ່ມຂຶ້ນ, ແຕ່ກຽມພ້ອມທີ່ຈະປະຕິບັດບັນດາມາດຕະການເພີ່ມເຕີມ ເພື່ອປົກປ້ອງປະຊາຊົນ ແລະ ຮາກຖານຂອງຕົນ.
ແຂວງ Anbar ຂອງ ອີຣັກ ພາຍຫຼັງການບຸກໂຈມຕີທາງອາກາດ ໃນວັນທີ 20 ມັງກອນ 2024 (ພາບ: IRNA/TTXVN) |
ວັນທີ 23 ມັງກອນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin ແຈ້ງໃຫ້ຊາບວ່າ ກຳລັງປະເທດນີ້ ໄດ້ເລັ່ງໃສ່ເປົ້າໝາຍບັນດາຮາກຖານຂອງບັນດາກຸ່ມກຳລັງປະກອບອາວຸດຢູ່ ອີຣັກ ແນໃສ່ໂຕ້ຕອບຄືນບັນດາບັ້ນບຸກໂຈມຕີເລັ່ງໃສ່ທະຫານ ອາເມລິກາ ຢູ່ທັງ ອີຣັກ ແລະ ຊີຣີ. ຕາມທ່ານ Lloyd Austin, ແລ້ວ, ກຳລັງປ້ອງກັນປະເທດ ອາເມລິກາ ໄດ້ປະຕິບັດບັນດາບັ້ນບຸກໂຈມຕີ “ທີ່ຈຳເປັນ” ແນໃສ່ 3 ຮາກຖານຂອງກຸ່ມກຳລັງປະກອບອາວຸດ Ketaeb Hezbollah ແລະ ບັນດາກຸ່ມອື່ນໆຢູ່ ອີຣັກ, ພາຍຫຼັງທີ່ ທະຫານ ອາເມລິກາ ປະຈຳຢູ່ ພາກຕາເວັນຕົກ ອີຣັກ ຖືກບຸກໂຈມຕີດ້ວຍລູກສອນໄຟ ແລະ ລູກຈະຫຼວດ 2 – 3 ວັນ. ທ່ານ Austin ຢັ້ງຢືນວ່າ ອາເມລິກາ ບໍ່ມີເຈດຈຳນົງເຮັດໃຫ້ການປະທະກັນຢູ່ພາກພື້ນເພີ່ມຂຶ້ນ, ແຕ່ກຽມພ້ອມທີ່ຈະປະຕິບັດບັນດາມາດຕະການເພີ່ມເຕີມ ເພື່ອປົກປ້ອງປະຊາຊົນ ແລະ ຮາກຖານຂອງຕົນ.
ປັດຈຸບັນ, ອາເມລິກາ ມີທະຫານປະມານ 2.500 ຄົນ ປະຈຳການຢູ່ ອີຣັກ ແລະ 900 ຄົນ ປະຈຳການຢູ່ ຊີຣີ ຄືເປັນສ່ວນໜຶ່ງໃນບັນດາຄວາມມານະພະຍາຍາມສະກັດກັ້ນກຳລັງກໍ່ການຮ້າຍໂດຍອ້າງຊື່ລັດ ອິດສະລາມ ເອງ (IS) ລຸກຮື້ຂຶ້ນຢູ່ 2 ປະເທດ ຕາເວັນອອກກາງນີ້.