ອາ​ເມ​ລິ​ກາ ຖື ອິນ​ເດຍ ເປັນ​ຄູ່​ຮ່ວມ​ມື​ດ້ານ​ເຕັກ​ໂນ​ໂລ​ຢີ​ທີ່​ໜ້າ​ໄວ້​ເນື້ອ​ເຊື່ອໃຈ

(VOVWORLD) - ອິນເດຍ ອາດຈະເປັນປະເທດສະໜອງອຸປະກອນ ແລະ ເຄື່ອງອາໄຫຼ່ເອເລັກໂຕນິກ ຕົ້ນຕໍໃຫ້ແກ່ ອາເມລິກາ. 
ອາ​ເມ​ລິ​ກາ ຖື ອິນ​ເດຍ ເປັນ​ຄູ່​ຮ່ວມ​ມື​ດ້ານ​ເຕັກ​ໂນ​ໂລ​ຢີ​ທີ່​ໜ້າ​ໄວ້​ເນື້ອ​ເຊື່ອໃຈ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອິນເດຍ Jaishankar ໃນການພົບປະກັບທ່ານນາງລັດຖະມົນຕີກະຊວງການຄ້າ ອາເມລິກາ Gina Raimondo (ພາບ: ANI)

ວັນທີ 10 ມີນາ, ທ່ານນາງລັດຖະມົນຕີກະຊວງການຄ້າ ອາເມລິກາ Gina Raimondo  ໃຫ້ຮູ້ວ່າ ອິນເດຍ ອາດຈະເປັນປະເທດສະໜອງອຸປະກອນ ແລະ ເຄື່ອງອາໄຫຼ່ເອເລັກໂຕນິກ ຕົ້ນຕໍໃຫ້ແກ່ ອາເມລິກາ. ກ່າວຄຳເຫັນຕໍ່ວົງການນັກຂ່າວ ພາຍຫຼັງການພົບປະເຈລະຈາກັບຄູ່ຕຳແໜ່ງ ອິນເດຍ Shri Piyush Gopal ຢູ່ນະຄອນຫຼວງ New Delhi, ທ່ານນາງລັດຖະມົນຕີກະຊວງການຄ້າ ອາເມລິກາ Raimondo ເນັ້ນໜັກວ່າ ອິນເດຍ ແມ່ນຄູ່ຮ່ວມມືດ້ານເຕັກໂນໂລຢີທີ່ໜ້າໄວ້ເນື້ອເຊື່ອໃຈ, ສາມາດກາຍເປັນປະເທດສະໜອງ “ລະບົບເຄື່ອງເອເລັກໂຕນິກທັງໝົດ, ຫາກບໍ່ແມ່ນສະເພາະທາດເຄິ່ງຊັກນຳໄຟຟ້າເທົ່ານັ້ນ”.  ເມື່ອເຂົ້າຮ່ວມ ແລະ ເປັນສັກຂີພິຍານ ພິທີລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໃນຂົງເຂດເຄິ່ງຊັກນຳໄຟຟ້າ, ທ່ານນາງລັດຖະມົນຕີ  Raimondo ຢັ້ງຢືນວ່າ ອາເມລິກາ ປາດຖະໜາຢາກເພີ່ມທະວີການພົວພັນທາງດ້ານເຕັກໂນໂລຢີກັບ ອິນເດຍ.

        ທ່ານນາງລັດຖະມົນຕີ Raimondo ຖືວ່າ ບັນດາຄວາມມານະພະຍາຍາມຂອງ ອິນເດຍ ແມ່ນເພື່ອແນໃສ່ເປີດກວ້າງຂະແໜງເຕັກໂນໂລຢີ ຢູ່ພາຍໃນປະເທດນັ້ນ “ແມ່ນແທດເໝາະກັບຄວາມປາດຖະໜາ ແລະ ເປົ້າໝາຍຂອງ ອາເມລິກາ ແນໃສ່ເພີ່ມທະວີຄວາມຂະຫຍັນຂັນເຄື່ອນຂອງລະບົບສະໜອງ”.


ຕອບກັບ

ຂ່າວ/ບົດ​ອື່ນ