ອາເມລິກາ ບໍ່ປ່ຽນແປງແຜນການຖອນທະຫານອອກຈາກ ອາບກະນິດສະຖານ
Minh Hien, ນັກຂ່າວ VOV ປະຈຳອາເມລິກາ -  
ອາເມລິກາ ໄດ້ເພີ່ມທະວີການປະຕິບັດແຜນການຖອນກຳລັງການທະຫານ ອອກຈາກ ອາບການິດສະຖານ ຄາດວ່າຈະສິ້ນສຸດໃນເດືອນ 12 ຈະມາເຖິງ
(vovworld) - ໃນການຢ້ຽມຢາມ ອາບການິດສະຖານ ຢ່າງກະທັນຫັນໃນວັນທີ 7/6, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Leon Panetta ໄດ້ມີການເຮັດວຽກກັບທ່ານນາຍພົນ John Allen, ຫົວໜ້າຜູ້ບັນຊາການກອງທັບ ອາເມລິກາ ປະຈຳ ອາບການິດສະຖານ ກ່ຽວກັບສະພາບການປ້ອງກັນຄວາມສະຫງົບ ຢູ່ທີ່ນີ້ ແລະ ແຜນການຖອນທະຫານຂອງ ອາເມລິກາ. ທ່ານ Leon Panetta ໃຫ້ຮູ້ວ່າ: ທ່ານນາຍພົນ Allen ເຊື່ອໝັ້ນຢ່າງແນວແນ່ວ່າ: ອາເມລິກາ ຍັງຄົງຮັກສາແຜນການຖອນທະຫານ ພ້ອມທັງ ສາມາດແກ້ໄຂບັນດາເຫດການໃຊ້ຄວາມຮຸນແຮງທີ່ເກີດຂຶ້ນ ຢູ່ ອາບການິດສະຖານ. ອາເມລິກາ ໄດ້ເພີ່ມທະວີການປະຕິບັດແຜນການຖອນກຳລັງການທະຫານ ອອກຈາກ ອາບການິດສະຖານ ຄາດວ່າຈະສິ້ນສຸດໃນເດືອນ 12 ຈະມາເຖິງ, ຫຼັງຈາກນັ້ນ, ກະຊວງປ້ອງກັນປະເທດ ອາເມລິກາ ຈະຕີລາຄາວ່າ ກຳລັງປ້ອງກັນຄວາມສະຫງົບ ຂອງ ອາບການິດສະຖານ ຈະເຄື່ອນໄຫວຢ່າງມີປະສິດທິຜົນ ເພື່ອສາມາດຮັກສາຄວາມສະຫງົບຢູ່ນີ້ໄດ້ຫຼືບໍ່ ແລະ ຕັດສິນຖອນທະຫານ ອາເມລິກາ ອອກຈາກປະເທດ ອາຊີໃຕ້ນີ້ ຕື່ມອີກ. ແລະກໍໃນການຢ້ຽມຢາມ ອາບການິດສະຖານ ຢ່າງກະທັນຫັນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Leon Panetta ເວົ້າວ່າ: ອາເມລິກາ ໝົດຄວາມອົດທົນ ຕໍ່ ປາກິດສະຖານ ເພາະປະເທດພັນທະມິດນີ້ ຍັງຄົງຍຸຍົງສົ່ງເສີມໃຫ້ ພວກລຸກຮືຂຶ້ນ ເຄື່ອນໄຫວຢູ່ປະເທດບ້ານໃກ້ເຮືອນຄຽງ ອາບການນິດສະຖານ.
Minh Hien, ນັກຂ່າວ VOV ປະຈຳອາເມລິກາ