ອ​າ​ເມ​ລິ​ກາ ປະກາດ​ບົດ​ລາຍ​ງານ​ກ່ຽວກັບ​ໂຄງການ​ນິວ​​ເຄຼຍ ສປປ.​ເກົາຫຼີ

(VOVWORLD) -ກະຊວງການຕ່າງປະເທດ ອາເມລິກາ ກໍຮຽກຮ້ອງໃຫ້ ສປປ.ເກົາຫຼີ “ກັບຄືນສູ່ການເຈລະຈາ” ໃນສະພາບການທີ່ປະເທດນີ້ສືບຕໍ່ນາບຂູ່  ສ.ເກົາຫຼີ ທີ່ກ່ຽວຂ້ອງເຖິງການຫວ່ານໃບປິວຕ້ານ ພຽງຢາງ. 
ອ​າ​ເມ​ລິ​ກາ ປະກາດ​ບົດ​ລາຍ​ງານ​ກ່ຽວກັບ​ໂຄງການ​ນິວ​​ເຄຼຍ ສປປ.​ເກົາຫຼີ   - ảnh 1(ພາບເອກະສານ: YONHAP/TTXVN)

ໃນບົດລາຍງານປະຈໍາປີກ່ຽວກັບການປະຕິບັດຂອງ ອາເມລິກາ ແລະ ບັນດາປະເທດອື່ນ ສໍາລັບຂໍ້ຕົກລົງຄວບຄຸມອາວຸດ ແລະ ຕ້ານການແຜ່ຂະຫຍາຍອາວຸດລ້າງຜານ, ວັນທີ 23 ມິຖຸນາ, ກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ອາເມລິກາ ສືບຕໍ່ມີຄວາມວິຕົກກັງວົນກ່ຽວກັບໂຄງການອາວຸດນິວເຄຼຍຂອງ ສປປ.ເກົາຫຼີ ໃນປີ 2019 ແລະ ຍົກໃຫ້ເຫັນກໍລະນີ ສປປ.ເກົາຫຼີ ອາດຈະກໍ່ສ້າງບັນດາຮາກຖານນິວເຄຼຍປິດລັບຕື່ມອີກ. ບົດລາຍງານດັ່ງກ່າວ ກໍຢັ້ງຢືນວ່າ ອາເມລິກາ ສືບຕໍ່ຕິດຕາມກວດກາບັນດາການເຄື່ອນໄຫວນິວເຄຼຍຂອງ ສປປ.ເກົາຫຼີ ຢ່າງແໜ້ນແຟ້ນ” ແລະ ເນັ້ນໜັກວ່າ ອາເມລິກາ ຍັງຄົງໃຫ້ຄໍາໝັ້ນສັນຍາສືບຕໍ່ບັນດາມາດຕະການເຈລະຈາທາງການທູດກັບ ສປປ.ເກົາຫຼີ ກໍຄື ຮັກສາບັນດາຄໍາສັ່ງລົງໂທດປະເທດນີ້ໄປຈົນຮອດຂະນະທີ່ບັນລຸໄດ້ເປົ້າໝາຍປອດນິວເຄຼຍຢ່າງສິ້ນເຊີງ.

        ໃນວັນດຽວກັນ, ກະຊວງການຕ່າງປະເທດ ອາເມລິກາ ກໍຮຽກຮ້ອງໃຫ້ ສປປ.ເກົາຫຼີ “ກັບຄືນສູ່ການເຈລະຈາ” ໃນສະພາບການທີ່ປະເທດນີ້ສືບຕໍ່ນາບຂູ່  ສ.ເກົາຫຼີ ທີ່ກ່ຽວຂ້ອງເຖິງການຫວ່ານໃບປິວຕ້ານ ພຽງຢາງ. 

ຕອບກັບ

ຂ່າວ/ບົດ​ອື່ນ