ອາເມລິກາ ຜັນຂະຫຍາຍຍຸດໂທປະກອນ ແລະ ກໍາລັງໃນທົ່ວທະວີບ ອາຊີ
(VOVWORLD) - ກ່າວຄໍາເຫັນທີ່ການປຶກສາຫາລືທາງອອນລາຍ ໂດຍສະຖາບັນຄົ້ນຄວ້າຍຸດທະສາດສາກົນ (IISS) ທີ່ຖືກຈັດຂຶ້ນໃນວັນທີ 21 ກໍລະກົດ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Mark Esper ໄດ້ຖະແຫຼງວ່າ ກອງທັບ ອາເມລິກາ ຈະສືບຕໍ່ຈັດສົ່ງກໍ່າປັ່ນຮົບຂອງທະຫານເຮືອ ເຂົ້າໄປຍັງເຂດມະຫາສະໝຸດອິນເດຍ - ປາຊີຟິກ.
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Mark Esper (ພາບ: Reuters) |
ທ່ານ Esper ກໍຖືວ່າ ຈີນ ໄດ້ນາບຂູ່ປະເທດພັນທະມິດ ແລະ ຄູ່ຮ່ວມມືຂອງ ວໍຊີງຕັນ ຢູ່ທະເລຕາເວັນອອກ, ເຊິ່ງເປັນບ່ອນບັນຈຸປະລິມານນໍ້າມັນ ແລະ ອາຍແກັດ ຄາດວ່າຂຶ້ນເຖິງ ມູນຄ່າ 2.600 ຕື້ USD. ທ່ານກ່າວວ່າ:
“ນະໂຍບາຍຂອງ ອາເມລິກາ ແມ່ນປົກປັກຮັກສາພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ເປີດ ແລະ ເສລີ,ໃນນັ້ນ ບັນດາປະເທດທັງໝົດໃນພາກພື້ນ ສາມາດດໍາລົງຊີວິດ ແລະ ພັດທະນາຢ່າງວັດທະນາຖາວອນໃນທ່າມກາງສັນຕິພາບ ແລະ ຮັບປະກັນວ່າ ຈີນ ບໍ່ມີສິດ ຫັນບັນດາເຂດທະເລສາກົນ ກາຍເປັນເຂດຢູ່ເໜືອກົດໝາຍ ຫຼື ແມ່ນເຂດທະເລສະເພາະຂອງຕົນ”.
ພ້ອມກັນນັ້ນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ກໍໄດ້ຖະແຫຼງວ່າ ຈະຊັ່ງຊາດໍາເນີນການເຈລະຈາກັບ ປັກກິ່ງ ແລະ ຢັ້ງຢືນວ່າ ໄດ້ມີການແລກປ່ຽນບາງບັນຫາກັບຄູ່ຕໍາແໜ່ງຈີນແລ້ວ ແລະ ໄດ້ຂຶ້ນແຜນຈະເດີນທາງໄປຢ້ຽມຢາມ ປັກກິ່ງ ໃນທ້າຍປີນີ້.
ຟ້າມຮວັນ - ນັກຂ່າວ VOV ປະຈໍາ ອາເມລິກາ.