ອາເມລິກາ ພິຈາລະນາຖອນກຳລັງທະຫານທັງໝົດອອກຈາກ ອາບການິດສະຖານ ກ່ອນວັນທີ 1 ພຶດສະພາ
(VOVWORLD) - ທ່ານປະທານາທິບໍດີ ອາເມລິກາ Joe Biden ຢັ້ງຢືນວ່າ ເປົ້າໝາຍນີ້ອາດບັນລຸໄດ້ແຕ່ບໍ່ແມ່ນເລື່ອງງ່າຍ.
ທະຫານ ອາເມລິກາ ລາດຕະເວນຢູ່ Sangin, ອາບການິດສະຖານ (ພາບ: AFP/TTXVN) |
ເປົ້າໝາຍຖອນກຳລັງທະຫານ ອາເມລິກາ ທັງໝົດ ອອກຈາກ ອາບການິດສະຖານ ໃນວັນທີ 1 ພຶດສະພາຕາມຂໍ້ຕົກລົງ ເຊິ່ງ ວໍຊິງຕັນ ໄດ້ລົງນາມກັບ ຕາລີບານ ນັ້ນ ແມ່ນຍາກພໍສົມຄວນ ແຕ່ອາດປະຕິບັດໄດ້. ນີ້ແມ່ນຄຳຖະແຫຼງ ໂດຍທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ຍົກອອກມາໃນວັນທີ 17 ມີນາ ເມື່ອເຕື້ອງເຖິງບັນຫາຖອນກຳລັງທະຫານອອກຈາກປະເທດອາຊີຕາເວັນຕົກສ່ຽງໃຕ້ນີ້.
ເມື່ອຕອບສຳພາດໃນຊ່ອງໂທລະພາບ, ທ່ານປະທານາທິບໍດີ ອາເມລິກາ Joe Biden ຢັ້ງຢືນວ່າ ເປົ້າໝາຍນີ້ອາດບັນລຸໄດ້ແຕ່ບໍ່ແມ່ນເລື່ອງງ່າຍ.
ຕາມຂໍ້ຕົກລົງສະບັບດັ່ງກ່າວແລ້ວ, ກຳລັງທະຫານ ອາເມລິກາ ທັງໝົດ ຈະຖອນຕົວອອກຈາກ ອາບການິດສະຖານ ກ່ອນເດືອນພຶດສະພາ ປີ 2021. ແຕ່ວ່າ, ປັດຈຸບັນ ວໍຊິງຕັນ ພວມຢູ່ໃນສະພາບການທີ່ “ກືນບໍ່ເຂົ້າ ຄາຍບໍ່ອອກ” ໃນຂະນະທີ່ໃກ້ຈະຮອດກຳນົດເວລາສຸດທ້າຍແລ້ວ ແຕ່ ຕາລີບານ ຍັງບໍ່ທັນມີສັນຍານຈະຢຸດຕິການໃຊ້ຄວາມຮຸນແຮງ ຢູ່ ອາບການິດສະຖານເທື່ອ.