ອາເມລິກາ: ມີຜູ້ແຫ່ຂະບວນປະທ້ວງນັບແສນຄົນເພື່ອຄັດຄ້ານນະໂຍບາຍເຂົ້າເມືອງ

(VOVWORLD) - ການແຫ່ຂະບວນປະທ້ວງຢູ່ ວໍຊິງຕັນ ໄດ້ເຕົ້າໂຮມປະມານ 30.000 ຄົນ, ເລີ່ມຈາກສະໜາມຫຼວງ Lafayette, ໃກ້ກັບທຳນຽບຂາວ, ກ່ອນທີ່ດຳເນີນການແຫ່ຂະບວນປະທ້ວງມຸ່ງໄປເຖິງເຂດໂນນ Capitol.
ອາເມລິກາ: ມີຜູ້ແຫ່ຂະບວນປະທ້ວງນັບແສນຄົນເພື່ອຄັດຄ້ານນະໂຍບາຍເຂົ້າເມືອງ - ảnh 1ຊາວເຂົ້າເມືອງ (ພາບປະກອບ)

ວັນທີ 30 ມິຖຸນາ, ມີປະຊາຊົນນັບແສນຄົນຈັດການແຫ່ຂະບວນປະທ້ວງໃນທົ່ວປະເທດ ອາເມລິກາ ເພື່ອຄັດຄ້ານນະໂຍບາຍເຂົ້າເມືອງທີ່ແຂງກະດ້າງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump, ໃນສະພາບການທີ່ບັນດານັກເຄື່ອນໄຫວຮຽກຮ້ອງຍຸບເລີກອົງການອົບພະຍົບ ແລະ ຢູ່ອາໄສ ແລະ ພາສີຂອງ ອາເມລິກາ (ICE) ທີ່ເຄີຍຖືກຕຳໜິຕິຕຽນວ່າໄດ້ມີການປະພຶດບໍ່ຍຸຕິທຳສຳລັບຊາວເຂົ້າເມືອງ. ຄາດວ່າ, ການແຫ່ຂະບວນປະທ້ວງຢູ່ ວໍຊິງຕັນ ໄດ້ເຕົ້າໂຮມປະມານ 30.000 ຄົນ, ເລີ່ມຈາກສະໜາມຫຼວງ Lafayette, ໃກ້ກັບທຳນຽບຂາວ, ກ່ອນທີ່ດຳເນີນການແຫ່ຂະບວນປະທ້ວງມຸ່ງໄປເຖິງເຂດໂນນ Capitol. ໃນຂະນະນັ້ນ, ມີຜູ້ແຫ່ຂະບວນປະທ້ວງຢູ່ນິວຢອກ ນັບພັນຄົນໄດ້ແຫ່ຂະບວນປະທ້ວງຜ່ານຂົວ Brooklyn, ຖືປ້າຍຄຳຂວັນທີ່ວ່າ “ຈົ່ງເຮັດໃຫ້ປະເທດອາເມລິກາ ມີຄວາມມະນຸດສະທຳຄືນໃໝ່”, “ຊາວເຂົ້າເມືອງໄດ້ຮັບການຍິນດີຕ້ອນຮັບຢູ່ປະເທດນີ້”. ສ່ວນຢູ່ Chicago, ມີປະຊາຊົນນັບພັນໆຄົນກໍ່ໄດ້ແຫ່ຂະບວນປະທ້ວງຢູ່ບັນດາຫ້ອງການເຮັດວຽກຂອງບັນດາອົງການເຂົ້າເມືອງສະຫະລັດຢູ່ທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ