ອາ​ເມ​ລິ​ກາ ມ້າງ​ທຳ​ລາຍ​ກົນ​ອຸ​ບາຍ​ບຸກ​ໂຈມ​ຕີ​ກໍ່​ກາ​ນ​ຮ້າຍ​ໃນ​ມື້​ດຳ​ເນີນ​ການ​ເລືອກ​ຕັ້ງ

(VOVWORLD) - ກຳລັງເຈົ້າໜ້າທີ່ໄດ້ສະກັດກັ້ນກົນອຸບາຍຂອງເປົ້າໝາຍດັ່ງກ່າວແນໃສ່ຊື້ອາວຸດເຄິ່ງອັດຕະໂນມັດ ແລະ ດຳເນີນການບຸກໂຈມຕີໃຊ້ຄວາມຮຸນແຮງ ໃນນາມ IS ຢູ່ປະເທດ ອາເມລິກາ ໃນມື້ດຳເນີນການເລືອກຕັ້ງປະທານາທິບໍດີ. 
ອາ​ເມ​ລິ​ກາ ມ້າງ​ທຳ​ລາຍ​ກົນ​ອຸ​ບາຍ​ບຸກ​ໂຈມ​ຕີ​ກໍ່​ກາ​ນ​ຮ້າຍ​ໃນ​ມື້​ດຳ​ເນີນ​ການ​ເລືອກ​ຕັ້ງ - ảnh 1(ພາບປະກອບ:  AFP/TTXVN)

ວັນທີ 08 ຕຸລາ, ກະຊວງຍຸຕິທຳ ອາເມລິກາ ໄດ້ແຈ້ງໃຫ້ຊາບວ່າ ກຳລັງເຈົ້າໜ້າທີ່ໄດ້ຈັບຕົວຊາວ ອາບການິດສະຖານ ຜູ້ໜຶ່ງ, ດ້ວຍຄຳກ່າວຫາວ່າ ມີກົນອຸບາຍດຳເນີນການບຸກໂຈມຕີກໍ່ການຮ້າຍໃນວັນເລືອກຕັ້ງປະທານາທິບໍດີ (ວັນທີ 5 ພະຈິກ) ໃນນາມອົງການ “ລັດອິດສະລາມ” (IS) ອ້າງຊື່ເອງ.

        ຕາມກະຊວງຍຸຕິທຳ ອາເມລິກາ ແລ້ວ, ເປົ້າໝາຍດັ່ງກ່າວຊື່ວ່າ Nasir Ahmad Tawhedi, ອາຍຸ 27 ປີ, ຖືກຈັບຕົວໃນວັນທີ 7 ຕຸລາ ຢູ່ລັດ Oklahoma, ຖືກກ່າວຫາວ່າ ໄດ້ສະໜອງວັດຖຸໃຫ້ IS. ທ່ານລັດຖະມົນຕີກະຊວງຍຸຕິທຳ Merrick Garland ຊີ້ແຈ້ງວ່າ ກຳລັງເຈົ້າໜ້າທີ່ໄດ້ສະກັດກັ້ນກົນອຸບາຍຂອງເປົ້າໝາຍດັ່ງກ່າວແນໃສ່ຊື້ອາວຸດເຄິ່ງອັດຕະໂນມັດ ແລະ ດຳເນີນການບຸກໂຈມຕີໃຊ້ຄວາມຮຸນແຮງ ໃນນາມ IS ຢູ່ປະເທດ ອາເມລິກາ ໃນມື້ດຳເນີນການເລືອກຕັ້ງປະທານາທິບໍດີ. 

ຕອບກັບ

ຂ່າວ/ບົດ​ອື່ນ