ອາເມລິກາ ຢັ້ງຢືນຄືນໃໝ່ຫຼັກໝັັ້ນແຂງກະດ້າງໃນບັນຫາ ສປປ.ເກົາຫຼີ

(VOVWORLD) - ວັນທີ 07 ກຸມພາ, ທ່ານຮອງປະທານາທິບໍດີ ອາເມລິກາ Mike Pence ຖະແຫຼງວ່າ
ອາເມລິກາ ຢັ້ງຢືນຄືນໃໝ່ຫຼັກໝັັ້ນແຂງກະດ້າງໃນບັນຫາ ສປປ.ເກົາຫຼີ - ảnh 1 ທ່ານຮອງປະທານາທິບໍດີ ອາເມລິກາ Mike Pence (ພາບ: AFP/TTXVN
)

ອາເມລິກາ ຈະປະກາດບັນດາມາດຕະການລົງໂທດດ້ານເສດຖະກິດໜັກທີ່ສຸດແນໃສ່ ສປປ.ເກົາຫຼີ ໂດຍໄວ ແລະ ຢັ້ງຢືນວ່າ ນີ້ແມ່ນຄວາມມານະພະຍາຍາມ ແນໃສ່ຊຸກຍູ້ການສ້າງແຫຼມ ເກົາຫຼີ ໃຫ້ປອດນິວເຄຼຍ. ກ່າວຄຳເຫັນພາຍຫລັງການພົບປະກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຢູ່ນະຄອນຫລວງ ໂຕກຽວ ປະເທດ ຍີ່ປຸ່ນ,  ທ່ານ Pence ເນັ້ນໜັກວ່າ ອາເມລິກາ ຈະສືບຕໍ່ເພີ່ມບັ້ນຮົບກໍ່ຄວາມກົດດັນລະດັບສູງສຸດ ຈົນຮອດຍາມໃດ ສປປ.ເກົາຫຼີ ມີບັນດາບາດກ້າວລະອຽດ ມຸ່ງໄປເຖິງການປອດນິວເຄຼຍຢ່າງສິ້ນເຊິງ.

        ສ່ວນທ່ານນາຍົກລັດຖະມົນຕີ Shinzo Abe ຢັ້ງຢືນວ່າ 2 ຝ່າຍບໍ່ຮັບຮູ້ເລື່ອງ ສປປ.ເກົາຫຼີ ໄດ້ປະກອບອາວຸດນິວເຄຼຍ. ທ່ານເນັ້ນໜັກວ່າ ຍີ່ປຸ່ນ ແລະ ອາເມລິກາ ຈະຢືນຢັນນະໂຍບາຍກໍ່ຄວາມກົດດັນລະດັບສູງສຸດຕໍ່ ສປປ.ເກົາຫຼີ ໃນບັນດາການພົບປະຕ່າງຫາກກັບທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ເພື່ອສະແດງການຮ່ວມມືລະຫວ່າງ 3 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ