ອາ​ເມ​ລິກາ ສະ​ເໜີໃຫ້ຈັດ​ກອງ​ປະ​ຊຸມ​​ສຸດຍອດໂດຍ​ກົງ ກັບ ອາ​ຊຽນ ໃນ​ເດືອນ ມັງ​ກອນ 2022

(VOVWORLD) -ຝ່າຍ ອາເມລິກາ ສະເໜີໃຫ້ຈັດກອງປະຊຸມດັ່ງກ່າວໃນອາທິດທີສາມຂອງເດືອນ ມັງກອນ ແລະ ກຳລັງປຶກສາຫາລືກັບບັນດາປະເທດ ອາຊຽນ ກ່ຽວກັບວັນເວລາລະອຽດ. 
ອາ​ເມ​ລິກາ ສະ​ເໜີໃຫ້ຈັດ​ກອງ​ປະ​ຊຸມ​​ສຸດຍອດໂດຍ​ກົງ ກັບ ອາ​ຊຽນ ໃນ​ເດືອນ ມັງ​ກອນ 2022 - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden ເຂົ້າຮ່ວມກອງປະຊຸມ ອາຊຽນ - ອາເມລິກາ ຄັ້ງທີ 9 ປີ 2021 (ພາບ: AFP/TTXVN)

ອາເມລິກາ ພວມສ້າງແຜນການຈັດກອງປະຊຸມສຸດຍອດໂດຍກົງ ລະຫວ່າງທ່ານປະທານາທິບໍດີ Joe Biden  ແລະ ການນຳບັນດາປະເທດສະມາຊິກ ອາຊຽນ ໃນເດືອນ ມັງກອນ 2022 ຢູ່ນະຄອນຫຼວງ ວໍຊິງຕັນ. ແຫຼ່ງຂ່າວຕ່າງໆຈາກ ອາຊຽນ ໃຫ້ຮູ້ວ່າ ຝ່າຍ ອາເມລິກາ ສະເໜີໃຫ້ຈັດກອງປະຊຸມດັ່ງກ່າວໃນອາທິດທີສາມຂອງເດືອນ ມັງກອນ ແລະ ກຳລັງປຶກສາຫາລືກັບບັນດາປະເທດ ອາຊຽນ ກ່ຽວກັບວັນເວລາລະອຽດ. ກ່ອນດຳເນີນກອງປະຊຸມດັ່ງກ່າວ, ຄາດວ່າ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ຈະເດີນທາງໄປຢ້ຽມຢາມບາງປະເທດ ອາຊຽນ, ໃນນັ້ນ ມີ ອິນໂດເນເຊຍ ແລະ ໄທ ໃນເດືອນທັນວານີ້. ຖ້າຫາກວ່າກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນ ກໍ່ຈະແມ່ນກອງປະຊຸມໂດຍກົງທຳອິດລະຫວ່າງທ່ານປະທານາທິບໍດີ Joe Biden ກັບ ບັນດາການນໍາ ອາຊຽນ ນັບແຕ່ເມື່ອທ່ານຮັບດຳລົງຕຳແໜ່ງເດືອນ ມັງກອນ 2021.

        ທີ່ກອງປະຊຸມສຸດຍອດທາງໄປ ອາຊຽນ - ອາເມລິກາ ໃນເດືອນ ຕຸລາ ຜ່ານມາ, ທ່ານປະທານາທິບໍດີ ໄດ້ໃຫ້ຄຳໝັ້ນສັນຍາສະຫງວນເງິນຈຳນວນ 102 ລ້ານ USD ເພື່ອຊ່ວຍເຫຼືອບັນດາປະເທດ ອາຊຽນ ໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ແລະ ບັນດາບັນຫາອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ