ອາເມລິກາ, ສ ເກົາຫລີ ແລະຍີ່ປຸ່ນ ອອກຖະແຫລງການຮ່ວມກ່ຽວກັບ ບັນຫາ ສປປ ເກົາຫລີ
(VOVWORLD) -ອາເມລິກາ, ສເກົາຫລີ ແລະຍີ່ປຸ່ນ ກໍ່ຮຽກຮ້ອງ ສປປ ເກົາຫລີ ຕ້ອງເຄົາລົບບັນດາພັນທະຂອງປະເທດນີ້ ຕາມບັນດາມະຕິຂອງສະພາຄວາມໝັ້ນຄົງ
ການທົດລອງລູກສອນໄຟຂອງ ສປປ.ເກົາຫຼີ (ພາບ: TTXVN) |
ວັນທີ 7 ເມສາ, ທູດພິເສດ ກ່ຽວກັບບັນຫາ ສປປ ເກົາຫລີ ຂອງ ອາເມລິກາ, ສ. ເກົາຫລີ ແລະ ຍີ່ປຸ່ນ ໄດ້ມີການພົບປະສາມຝ່າຍ ຢູ່ ເຊີອູນ ປະເທດ ສເກົາຫລີ ແລະ ອອກຖະແຫລງການຮ່ວມກ່ຽວກັບບັນຫາ ສປປ ເກົາຫລີ. ຕາມນັ້ນແລ້ວ, ອາເມລິກາ, ສເກົາຫລີ ແລະຍີ່ປຸ່ນ ກ່າວປະນາມບັນດາເຫດຍິງທົດລອງລູກສອນໄຟນຳວິຖີຢ່າງຕໍ່ເນື່ອງຂອງ ສປປ ເກົາຫລີ ກໍ່ຄືຂ່າວຄາວກໍ່ໃຫ້ເກີດຂາດສະຖຽນລະພາບທີ່ກ່ຽວຂ້ອງເຖິງການນຳໃຊ້ອາວຸດນິວເຄຼຍ ຂອງປະເທດນີ້. ບັນດາຝ່າຍກໍ່ໃຫ້ຄຳໝັ້ນສັນຍາສືບຕໍ່ປັບປຸງ ແລະ ຫັນການຮ່ວມມືປ້ອງກັນຄວາມສະຫງົບໃຫ້ເປັນຫລາຍຮູບແບບ ເພື່ອຮັບມືກັບການນາບຂູ່ຈາກ ສປປ ເກົາຫລີ ສຳລັບຄວາມໝັ້ນຄອງໃນພາກພື້ນ ແລະ ທົ່ວໂລກ.
ອາເມລິກາ, ສເກົາຫລີ ແລະຍີ່ປຸ່ນ ກໍ່ຮຽກຮ້ອງ ສປປ ເກົາຫລີ ຕ້ອງເຄົາລົບບັນດາພັນທະຂອງປະເທດນີ້ ຕາມບັນດາມະຕິຂອງສະພາຄວາມໝັ້ນຄົງ ພ້ອມທັງຢັ້ງຢືນຄືນ ເສັ້ນທາງເຈລະຈາຍັງຄົງເປີດກວ້າງຜ່ານບັນດາຄວາມມານະພະຍາຍາມຕໍ່ເນື່ອງເພື່ອເກ້ຍກ່ອມ ສປປ ເກົາຫລີ ກັບຄືນໂຕະເຈລະຈາ ແທນທີ່ສືບຕໍ່ບັນດາການກະທຳເກາະຜິດ.