ອາເມລິກາ ຫຼຸດລະດັບຄຳກ່າວເຕືອນໃນການເດີນທາງໄປມາສຳລັບ 90 ປະເທດ ໃນສາກົນໃນນັ້ນມີ ຫວຽດນາມ
(VOVWORLD) -ບັນດາບໍລິສັດການບິນ ແລະ ບໍລິສັດການທ່ອງທ່ຽວ ອາເມລິກາ ກໍ່ຖືວ່າ ຄຳກ່າວເຕືອນໃນການເດີນທາງໄປມາ ແມ່ນບໍ່ຈຳເປັນ ແລະ ສິ່ງນີ້ ບໍ່ສົ່ງເສີມການເຄື່ອນໄຫວເດີນທາງໄປມາຂອງປະຊາຊົນ.
ພາບປະກອບ: VOV |
ສູນຄວບຄຸມ ແລະ ປ້ອງກັນຕ້ານໂຄວິດ - 19 ອາເມລິກາ (CDC) ໃນວັນທີ 18 ເມສາ ໄດ້ຫຼຸດລະດັບຄຳກ່າວເຕືອນ ໃນການເດີນທາງໄປມາ ຍ້ອນໂຄວິດ - 19 ສຳລັບ 90 ປະເທດໃນໃນນັ້ນມີ ຫວຽດນາມ. CDC ອາເມລິກາ ໃຫ້ຮູ້ວ່າ ໄດ້ຫຼຸດລົງຄຳກ່າວເຕືອນໃນການເດີນທາງໄປມາຢູ່ລະດັບ 4, ເຊິ່ງແມ່ນລະດັບສູງສຸດ ລົງເປັນລະດັບທີ 3 ສຳລັບ 90 ປະເທດ ໃນນັ້ນມີ ຫວຽດນາມ.
ບັນດາບໍລິສັດການບິນ ແລະ ບໍລິສັດການທ່ອງທ່ຽວ ອາເມລິກາ ໃນໄລຍະຜ່ານມາ ໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງທ່ານປະທານາທິບໍດີ ອາເມລິກາ Joe Biden ຍົກເລີກຂໍ້ກຳນົດທີ່ຕ້ອງມີການກວດຫາເຊື້ອເປັນລົບ ສຳລັບຜູ້ໂດຍສານສາກົນ ເຂົ້າເມືອງຂອງ ອາເມລິກາ ໃນສະພາບການທີ່ຫຼາຍປະເທດຕ່າງໄດ້ປະຕິບັດສິ່ງນີ້ແລ້ວ. ບັນດາບໍລິສັດການບິນ ແລະ ບໍລິສັດການທ່ອງທ່ຽວ ອາເມລິກາ ກໍ່ຖືວ່າ ຄຳກ່າວເຕືອນໃນການເດີນທາງໄປມາ ແມ່ນບໍ່ຈຳເປັນ ແລະ ສິ່ງນີ້ ບໍ່ສົ່ງເສີມການເຄື່ອນໄຫວເດີນທາງໄປມາຂອງປະຊາຊົນ.