ອາເມລິກາ ຫວັງວ່າ ຈີນ ຈະບໍ່ເຮັດໃຫ້ຄວາມເຄັ່ງຕຶງປິນຂັ້ນໄດຖ້າຫາກທ່ານນາງ Pelosi ຢ້ຽມຢາມ ໄຕ້ຫວັນ (ປະເທດຈີນ)

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ໃຫ້ຮູ້ວ່າ: ຖ້າຫາກທ່ານນາງ Pelosi ຢ້ຽມຢາມ ໄຕ້ຫວັນ (ປະເທດຈີນ)  ນັ້ນຈະແມ່ນຄວາມຕັດສິນໃຈຂອງທ່ານນາງເອງ ແລະ ຖ້າຫາກ ຈີນ ຊອກຫາວິທີສ້າງວິກິດການ ຫຼື ເຮັດໃຫ້ຄວາມເຄັ່ງຕຶງປິນຂັ້ນໄດແມ່ນຍ້ອນປະເທດນີ້ເອງ
 
ອາເມລິກາ ຫວັງວ່າ ຈີນ ຈະບໍ່ເຮັດໃຫ້ຄວາມເຄັ່ງຕຶງປິນຂັ້ນໄດຖ້າຫາກທ່ານນາງ Pelosi ຢ້ຽມຢາມ ໄຕ້ຫວັນ (ປະເທດຈີນ) - ảnh 1ທ່ານນາງ Nancy Pelosi, ປະທານສະພາຕ່ຳ ອາເມລິກາ (ພາບ: RT)

ວັນທີ 1 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໃຫ້ຮູ້ວ່າ: ອາເມລິກາ ຫວັງວ່າ ຈີນ ຈະບໍ່ເຮັດໃຫ້ຄວາມເຄັ່ງຕຶງປິນຂັ້ນໄດໃນກໍລະນີ ທ່ານນາງ Nancy Pelosi, ປະທານສະພາຕ່ຳ ອາເມລິກາ ຢ້ຽມຢາມ ໄຕ້ຫວັນ (ປະເທດຈີນ).  ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ໃຫ້ຮູ້ວ່າ: ຖ້າຫາກທ່ານນາງ Pelosi ຢ້ຽມຢາມ ໄຕ້ຫວັນ (ປະເທດຈີນ)  ນັ້ນຈະແມ່ນຄວາມຕັດສິນໃຈຂອງທ່ານນາງເອງ ແລະ ຖ້າຫາກ ຈີນ ຊອກຫາວິທີສ້າງວິກິດການ ຫຼື ເຮັດໃຫ້ຄວາມເຄັ່ງຕຶງປິນຂັ້ນໄດແມ່ນຍ້ອນປະເທດນີ້ເອງ. ທ່ານ Antony Blinken ຫວັງວ່າ ຈີນ ຈະມີການປະພຶດທີ່ມີຄວາມຮັບຜິດຊອບ ແລະ ບໍ່ມີການກະທຳເຮັດໃຫ້ຄວາມເຄັ່ງຕຶງປິນຂັ້ນໄດ ຖ້າຫາກການຢ້ຽມຢາມຖືກດຳເນີນໄປ.

        ແລະກໍ່ໃນວັນດຽວກັນ, ທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ສປຊ ຈາງທວິນ ໄດ້ເນັ້ນໜັກວ່າ: ການຢ້ຽມຢາມຂອງທ່ານນາງ Pelosi ແມ່ນການກະທຳເກາະຜິດ ແລະ ບໍ່ຄືກັບການຢ້ຽມຢາມຄັ້ງສຸດທ້າຍໄປຍັງ ໄຕ້ຫວັນ(ປະເທດຈີນ) ຂອງປະທານສະພາຕ່ຳ ອາເມລິກາ ກ່ອນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ