ອາເມລິກາ ຫວັງວ່າ ສປປ.ເກົາຫຼີ ຈະມີການກະທົບຕອບອັນຕັ້ງໜ້າກ່ຽວກັບໂຄງການອາວຸດນິວເຄຼຍ ແລະ ລູກສອນໄຟນຳວິຖີ
(VOVWORLD) -ອາເມລິກາ ຫວັງວ່າ ພຽງຢາງ ຈະມີການກະທົບຕອບທີ່ຕັ້ງໜ້າກ່ຽວກັບຂໍ້ສະເໜີກ່ຽວຂ້ອງເຖິງໂຄງການ ອາວຸດນິວເຄຼຍ ແລະ ລູກສອນໄຟນຳວິຖີຂອງປະເທດນີ້.
ທ່ານ Sung Kim - ທູດພິເສດ ອາເມລິກາ ຮັບຜິດຊອບກ່ຽວກັບ ສປປ.ເກົາຫຼີ ຢູ່ ສະໜາມບິນສາກົນ Incheon, ສ.ເກົາຫຼີ ໃນວັນທີ 21 ສິງຫາ (ພາບ: Yonhap/AP) |
ວັນທີ 14 ກັນຍາ ທູດພິເສດ ອາເມລິກາ ຮັບຜິດຊອບກ່ຽວກັບ ສປປ.ເກົາຫຼີ Sung Kim ໄດ້ມີການພົບປະກັບເຈົ້າໜ້າທີ່ຂອງ ສ.ເກົາຫຼີ ແລະ ຍີ່ປຸ່ນ ໃນຄວາມມານະພະຍາຍາມແກ້ໄຂບັນຫາຈົນຕາແຈໃນການເຈລະຈາ ກັບ ສປປ.ເກົາຫຼີ ເຊິ່ງກ່ຽວຂ້ອງເຖິງຄວາມມັກໃຫຍ່ໄຝ່ສູງກ່ຽວກັບນິວເຄຼຍ ຂອງປະເທດນີ້. ການພົບປະຖືກດຳເນີນພາຍຫຼັງທີ່ ສປປ.ເກົາຫຼີ ປະກາດປະຕິບັດການຍິງລູກສອນໄຟໄລຍະໄກສຳເລັດເປັນເວລາໜຶ່ງວັນ.
ໃນຖະແຫຼງການວັນທີ 14 ກັນຍາ, ທ່ານ Sung Kim ໃຫ້ຮູ້ວ່າ ອາເມລິກາ ຫວັງວ່າ ພຽງຢາງ ຈະມີການກະທົບຕອບທີ່ຕັ້ງໜ້າກ່ຽວກັບຂໍ້ສະເໜີກ່ຽວຂ້ອງເຖິງໂຄງການ ອາວຸດນິວເຄຼຍ ແລະ ລູກສອນໄຟນຳວິຖີຂອງປະເທດນີ້. ທ່ານ Sung Kim ກໍໃຫ້ຮູ້ວ່າ ທ່ານ ພ້ອມດ້ວຍຄູ່ຕຳແໜ່ງ ຍີ່ປຸ່ນ ແລະ ສ.ເກົາຫຼີ ໄດ້ເຫັນດີຈະສືບຕໍ່ເດີນຕາມເສັ້ນທາງການທູດ ແຕ່ເປົ້າໝາຍຕົ້ນຕໍ ຍັງຄົງແມ່ນ ສ້າງແຫຼມເກົາຫຼີ ປອດນິວເຄຼຍຢ່າງສິ້ນເຊີງ.
ນັກຂ່າວ VOV ປະຈຳ ອາເມລິກາ