ອາເມລິກາ ອາດຈະ ປັດເຂ່ຍ ຈີນອອກຈາກບັນຊີລາຍຊື່ບັນດາປະເທດ ຄອບງຳ ເງິນຕາ
(VOVWORLD) -ທັງ ທຳນຽບຂາວ ແລະ ກະຊວງການເງິນ ອາເມລິກາ ລ້ວນແຕ່ປະຕິເສດ ປະກອບຄຳຄິດເຫັນກ່ຽວກັບຂໍ້ມູນດັ່ງກ່າວ, ແຕ່ບັນດາ ດັດຊະນີຫຼັກຊັບພື້ນຖານຂອງ ອາເມລິກາ ລ້ວນແຕ່ເພີ່ມຂຶ້ນສູງ.
ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານ ປະທານປະເທດຈີນສີ ຈິ້ນຜິງ
(ພາບ: Canberra Times)
|
ວັນທີ 13 ມັງກອນ, ໜັງສືພິມ ອາເມລິກາ ໄດ້ລົງຂ່າວວ່າ ວໍຊິງຕັນ ຈະປັດເຂ່ຍ ຈີນ ອອກຈາກບັນຊີລາຍຊື່ບັນດາປະເທດຄອບຄຳເງິນຕາ. ຂໍ້ຕົກລົງນີ້ໄດ້ຍົກອອກມາພາຍຫຼັງ 5 ເດືອນນັບແຕ່ ເມື່ອ ກະຊວງການເງິນ ອາເມລິກາຢັ້ງຢືນວ່າ ຈີນແມ່ນປະເທດຄອບງຳເງິນຕາຢ່າງເປັນທາງການ, ໃນສະພາບການທ່ານ Donald Trump ປະທານາທິບໍດີ ອາເມລິກາ ແລະ ທ່ານ ຫຼຽວເຄືອ ຮອງນາຍົກລັດຖະມົນຕີ ຈີນ ຄາດວ່າ ຈະລົງນາມເຂົ້າ ຂໍ້ຕົກລົງດ້ານການຄ້າໄລຍະທີ 1 ໃນວັນທີ 15 ມັງກອນ.