ອາເມລິກາ ຮຽກຮ້ອງໃຫ້ຕາລີບານ ຫຼຸດຜ່ອນການໃຊ້ຄວາມຮຸນແຮງຢູ່ອາບການິດສະຖານ

(VOVWORLD) -ຜູ້ບັນຊາການດ້ານການທະຫານແຖວໜ້າຂອງກອງທັບອາເມລິກາ ໄດ້ດຳເນີນການເຈລະຈາປິດລັບກັບບັນດານັກເຈລະຈາຕາລີບານ ຢູ່ນະຄອນຫຼວງ ໂດຮາ ຂອງປະເທດ ກາຕາ

ອາເມລິກາ ຮຽກຮ້ອງໃຫ້ຕາລີບານ ຫຼຸດຜ່ອນການໃຊ້ຄວາມຮຸນແຮງຢູ່ອາບການິດສະຖານ - ảnh 1 ນາຍພົນ Mark A.Milley

(ພາບ: news.usni.org)

ຜູ້ບັນຊາການດ້ານການທະຫານແຖວໜ້າຂອງກອງທັບອາເມລິກາ ໄດ້ດຳເນີນການເຈລະຈາປິດລັບກັບບັນດານັກເຈລະຈາຕາລີບານ ຢູ່ນະຄອນຫຼວງ ໂດຮາ ຂອງປະເທດ ກາຕາ ແລະ ໄດ້ກະຕຸກຊຸກຍູ້ໃຫ້ຫຼຸດຜ່ອນການໃຊ້ຄວາມຮຸນແຮງຢູ່ອາບການິດສະຖານ.

        ທ່ານປະທານສະພາເສນາທິການກຳລັງທະຫານປະສົມອາເມລິກາ, ນາຍພົນ Mark A.Milley ໄດ້ພົບປະກັບຜູ້ຕາງໜ້າຂອງຕາລີບານ ໃນວັນທີ 15 ທັນວາ. ຫຼັງຈາກນັ້ນວັນທີ 16 ທັນວາ, ນາຍພົນ Mark A.Milley ໄດ້ໄປ Kabul ເພື່ອປຶກສາຫາລືວິວັດທະນາການສັນຕິພາບກັບທ່ານປະທານາທິບໍດີອາບການິດສະຖານ Ashraf Ghani.

        ໃນຂໍ້ຕົກລົງ ໂດຮາ ທີ່ໄດ້ລົງນາມເມື່ອເດືອນ ກຸມພາ 2020 ລະຫວ່າງອາເມລິກາ ແລະ ຕາລີບານ, ອຳນາດການປົກຄອງຂອງທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ເຫັນດີຄ່ອຍໆຖອນທະຫານອາເມລິກາ, ມຸ່ງໄປເຖິງເລື່ອງຖອນທະຫານອາເມລິກາ ອອກຈາກອາບການິດສະຖານ ທັງໝົດໃນເດືອນ ພຶດສະພາ 2021 ຖ້າຫາກເງື່ອນໄຂຂອງຂໍ້ຕົກລົງໄດ້ຮັບການປະຕິບັດ.

ຕອບກັບ

ຂ່າວ/ບົດ​ອື່ນ