ອາ​ເມ​ລິ​ກາ ເຊີນ​ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ​ສົງ​ຄາມ​ຢູ່ ຊູ​ດັງ ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່ ສະ​ວິດ

(VOVWORLD) - ວັນທີ 23 ກໍລະກົດ, ອຳນາດການປົກຄອງ ອາເມລິກາ ໄດ້ເຊີນບັນດາຝ່າຍເຂົ້າຮ່ວມສົງຄາມຢູ່ ຊູດັງ ເຂົ້າຮ່ວມການເຈລະຈາຢຸດຍິງ ໂດຍ ອາເມລິກາເປັນກາງໄກເກ່ຍຢູ່ ສະວິດ ໃນວັນທີ 14 ສິງຫາ.
ອາ​ເມ​ລິ​ກາ ເຊີນ​ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ​ສົງ​ຄາມ​ຢູ່ ຊູ​ດັງ ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່ ສະ​ວິດ - ảnh 1ການປະທະກັນລະຫວ່າງກອງທັບ ຊູດັງ ແລະ ກຳລັງປະຕິກິລິຍາໄວ ຢູ່ນະຄອນຫຼວງ Khartoum (ພາບ:  Reuters)

ຕາມທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken  ແລ້ວ, ອາເມລິກາ ໄດ້ເຊີນຜູ້ຕາງໜ້າກອງທັບ ຊູດັງ ແລະ ກຸ່ມເຄິ່ງການທະຫານ ບັນດາກຳລັງປະຕິກິລິຍາໄວ ເຂົ້າຮ່ວມການເຈລະຈາ. ບັນດາການເຈລະຈາຢຸດຍິງ ໂດຍ ອາເມລິກາ ເປັນກາງໄກເກ່ຍ ກໍຈະມີການເຂົ້າຮ່ວມຂອງສະຫະພາບ ອາຟະລິກາ, ອີຢິບ, ສະຫະລັດ ອາຣັບ ເອມມີເລດ (UAE) ແລະ ສະຫະປະຊາຊາດ ດ້ວຍບົດບາດເປັນນັກສັງເກດການ. ໃນຂະນະນັ້ນ, ອາຣັບບິ ຊະອຸດິ ຈະເປັນປະທານຮ່ວມບັນດາວາລະເຈລະຈາດັ່ງກ່າວ.

        ທ່ານ Matthew Miller ໂຄສົກກະຊວງການຕ່າງປະເທດ ອາເມລິກາ ເນັ້ນໜັກວ່າ ຈຸດປະສົງຂອງການເຈລະຈາຢູ່ ສະວິດ ແມ່ນເພື່ອແນໃສ່ຊຸກຍູ້ບັນດາຄວາມຄືບໜ້າທີ່ບັນລຸໄດ້, ມຸ່ງໄປເຖິງຂໍ້ຕົກລົງຢຸດຍິງໃນທົ່ວໂລກ.

ນັກຂ່າວ VOV ປະຈຳ ອາເມລິກາ


ຕອບກັບ

ຂ່າວ/ບົດ​ອື່ນ