(vovworld) – ນີ້ແມ່ນຈຸດເວລາ ເພື່ອກໍ່ສ້າງ ແລະ ປັບປຸງກຳລັງແຮງຂອງ ກອງທັບເຮືອ ອາເມລິກາ ໃນພາກພື້ນ ອາຊີ ປາຊີຟິກ. ທີ່ການໂອ້ລົມກັບນັກສຶກສາຮຽນຈົບວິທະຍາຄານກອງທັບເຮືອອາເມລິການ ເມື່ອວັນທີ 29/5, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Leon Panetta ໃຫ້ຮູ້ວ່າ: ໜຶ່ງໃນບັນດາໂຄງການສຳຄັນຂອງ ອາເມລິກາ ແມ່ນປັບປຸງກຳລັງແຮງຂອງ ອາເມລິກາ ຢູ່ພາກພື້ນ ປາຊີຟິກ ທີ່ກ້ວາງໃຫຍ່, ຕາມນັ້ນແລ້ວ, ບັນດານັກສຶກສາກອງທັບເຮືອ ອາເມລິກາ ຈະຊ່ວຍເພີ່ມທະວີການພົວພັນດ້ານປ້ອງກັນຊາດ ກັບ ຈີນ, ຫັນການພົວພັນກັບບັນດາປະເທດພັນທະມິດມາແຕ່ດົນນານເປັນທັນສະໄໝຄື: ຍີ່ປຸ່ນ, ສ ເກົາຫຼີ ແລະ ສ້າງການພົວພັນຄູ່ຮ່ວມມືກັບບັນດາປະເທດຄື: ຫວຽດນາມ, ສິງກາໂປ ແລະ ມາເລເຊຍ. ທ່ານ Panetta ເວົ້າວ່າ: ອາເມລິກາ ນັບມື້ນັບເປີດກ້ວາງ ແລະ ຍູ້ແຮງການແຊກແຊງເຂົ້າພາກພື້ນນີ້, ໃນການຢ້ຽມຢາມ ອິນເດຍ, ບັນດາປະເທດ ອາຊີຕາເວັນອອກສຽງໃຕ້ ໃນນັ້ນມີຫວຽດນາມ ໃນເວລາທີ່ຈະມາເຖິງ, ທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ Panetta ຢືນຢັນ ຈຸດໝາຍຈະສືບຕໍ່ຮັກສາ ອາເມລິກາ ແມ່ນປະເທດ ມະຫາອຳນາດໃນພາກພື້ນ ອາຊີ - ປາຊີຟິກ. ອາເມລິກາ ຈະລົງທຶນໃຫ້ແກ່ການຮັກສາຄວາມປອດໄພທາງເຄືອຂ່າຍອີນເຕີເນັດ ແລະ ບັນດາລະບົບອັດຕະໂນມັດ ກໍຄືບັນດາກຳລັງເຄື່ອນໄຫວພິເສດ ເພື່ອຮັບປະກັນວ່າ: ກອງທັບ ເອເມລິກາ ສາມາດຮັບມືກັບທຸກໆກໍລະນີເມື່ອເກີດຂຶ້ນ.