ຮອງຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ Alex Lee
(ພາບ: baotintuc.vn/)
(vovworld) - ວັນທີ 11/9, ຄະນະຜູ້ແທນອາເມລິກາ, ໂດຍຮອງຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ Alex Lee ນຳໜ້າ ໄດ້ໄປນະຄອນຫຼວງ ລາຮາວານ ຂອງກູບາ, ເພື່ອດຳເນີນການສ້າງຕັ້ງຄະນະກຳມະການສອງຝ່າຍກັບລັດຖະບານ ກູບາ, ແນໃສ່ປັບປຸງສາຍພົວພັນທາງການທູດທີ່ຫາກໍ່ໄດ້ຮັບການຟື້ນຟູຫວ່າງແລ້ວນີ້. ແຈ້ງຂ່າວຂອງກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ, ຄະນະຈະມີການພົບປະກັບບັນດາສະມາຊິກກະຊວງການຕ່າງປະເທດ ກູບາ ເພື່ອປຶກສາຫາລືກ່ຽວກັບບັນດາບາດກ້າວຕໍ່ໄປ, ຕາມວິວັດແຫ່ງການສ້າງການພົວພັນເປັນປົກກະຕິ ແລະ ເວລາດຳເນີນການເຈລະຈາຕ່າງໆໃນອະນາຄົດ, ກ່ຽວກັບບັນດາບັນຫາບຸລິມາສິດລວມ. ການເຈລະຈານີ້ ໄດ້ຮັບຖືວ່າບໍ່ລົງເລິກບັນຫາການເມືອງ, ແຕ່ບັນດາເຈົ້າໜ້າທີ່ລັດຖະບານສອງປະເທດ ຈະຊອກຫາຄວາມເຫັນດີເຫັນພ້ອມກ່ຽວກັບບັນດາບຸລິມາສິດ ກໍ່ຄືແຜນປະຕິບັດງານຂອງຄະນະກຳມະການສອງຝ່າຍນີ້.