ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ
ທ່ານປະທານາທິບໍດີ ອາເມລິກາ Donal Trump
(ພາບ: TTXVN)
(vovworld) - ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ ທ່ານປະທານາທິບໍດີ ອາເມລິກາ Donal Trump ໄດ້ເຫັນດີເປັນເອກະພາບກ່ຽວກັບຄວາມສຳຄັນຂອງເລື່ອງສົມທົບກັນຢ່າງແໜ້ນແຟ້ນກ່ຽວກັບບັນດາບັນຫາ ສປປ.ເກົາຫຼີ ໃນສະພາບການ ພຽງຢາງ ສືບຕໍ່ດຳເນີນໂຄງການອາວຸດນິວເຄຼຍ ແລະ ລູກສອນໄຟນຳວິຖີ. ຫຼັກໝັ້ນດັ່ງກ່າວ ໂດຍການນຳ 2 ທ່ານຢືນຢັນໃນການໂອ້ລົມທາງໂທລະສັບໃນວັນທີ 09/04. ໃນການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໃຫ້ຮູ້ວ່າ ຍີ່ປຸ່ນ ພວມຕິດຕາມປະຕິກິລິຍາຂອງ ຈີນ ສຳລັບບັນດາການກະທຳຂອງ ສປປ.ເກົາຫຼີ. ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບກ່ຽວກັບຄວາມສຳຄັນຂອງຄວາມສາມັກຄີ, ການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງ 3 ປະເທດ ຍີ່ປຸ່ນ - ອາເມລິກາ - ສ.ເກົາຫຼີ ເພື່ອຮັບມືຕໍ່ ສປປ.ເກົາຫຼີ.