ອາເມລິກາ ແລະ ປາກິດສະຖານ ບັນລຸໄດ້ຂໍ້ຕົກລົງເປີດເສັ້ນທາງລຳລຽງຄືນໃຫມ່
ລົດໂອໂຕຂົນສົ່ງສິນຄ້າໃຫ້ແກ່ກຳລັງ NATO
ພາບ: internet
|
(vovword) - ອາເມລິກາ ແລະ ປາກິດສະຖານ ບັນລຸໄດ້ຂໍ້ຕົກລົງກ່ຽວກັບການເປີດບັນດາເສັ້ນທາງລຳລຽງຂອງ NATO ເຖິງ ອາບການິດສະຖານ, ພາຍຫລັງ 7 ເດືອນທີ່ Ixlamabad ຕົກລົງປິດເສັ້ນທາງນີ້ ຍ້ອນເຫດການເຮືອບິນອາເມລິກາ ບຸກໂຈມຕີທາງອາກາດຊຶ່ງເຮັດໃຫ້ນາຍທະຫານ ປາກິດສະຖານ 24 ຄົນຖືກເສຍຊີວິດ. ໃນຖະແຫລງການຫນຶ່ງ, ທ່ານນາງ Hillary Clinton ລັດຖະມົນຕີການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ: ໃນການໂອ້ລົມທາງໂທລະສັບ, ຄູ່ຮ່ວມຕຳແຫນ່ງ ປາກິດສະຖານ ທ່ານ Hina Rabbani Khar ໄດ້ແຈ້ງໃຫ້ທ່ານນາງຊາບວ່າ: ບັນດາເສັ້ນທາງລຳລຽງທາງບົກເຖິງ ອາບການິດສະຖານ ຈະໄດ້ຮັບການເປີດຄືນໃຫມ່. ທ່ານນາງ Hillary Clinton ມີຄຳຂໍໂທດຕໍ່ເຫດການບຸກໂຈມຕີທາງອາກາດເມື່ອເດືອນ 11/2011 ແລະ ຄວາມເສຍຫາຍຊຶ່ງທະຫານ ປາກິດສະຖານ ຕ້ອງແບກຫາບ. ທ່ານນາງ Hillary Clinton ໄດ້ໃຫ້ຄຳໝັ້ນໝາຍ ຈະສົມທົບກັນຢ່າງແຫນ້ນແຟ້ນກັບ ປາກິດສະຖານ ແລະ ອາບການິດສະຖານ ເພື່ອສະກັດກັ້ນບໍ່ໃຫ້ສິ່ງດ່ັງກ່າວເກິດຂຶ້ນອີກ.
ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ປາກິດສະຖານ Raja Pervez Ashraf ຢືນຢັນວ່າ: ເລື່ອງປິດບັນດາເສັ້ນທາງລຳລຽງດັ່ງກ່າວ ໄດ້ກໍ່ຜົນສະທ້ອນບໍ່ດີເຖິງສາຍພົວພັນຂອງປະເທດນີ້ ກັບອາເມລິກາ ແລະ ບັນດາສະມາຊິກອື່ນຂອງ NATO.
Minh Hien ນັກຂ່າວ VOV ປະຈຳອາເມລິກາ