ອາເມລິກາ ແລະ ລັດເຊຍສ້າງ ໂທລະສັບສາຍດ່ວນຕິດຕໍ່ທາງການທະຫານເພື່ອສະກັດກັ້ນການປະທະກັນແບບບັງເອີນ
(VOVWORLD) -ກອງທັບອາເມລິກາ ໄດ້ສ້າງຊ່ອງທາງຕິດຕໍ່ໂດຍກົງກັບກອງທັບ ລັດເຊຍ ເພື່ອສະກັດກັ້ນ “ການຄິດໄລ່ຜິດພາດ” ຫຼື “ປີນຂັ້ນໄດ”, ໃນສະພາບທີ່ລັດເຊຍ ພວມຜັນຂະຫຍາຍບັ້ນຮົບການທະຫານພິເສດຢູ ຢູແກູນ.
ພາບປະກອບ: Reuters |
ມີໂຄສົກທຳນຽບ 5 ແຈທ່ານໜຶ່ງໄດ້ຢັ້ງຢືນກັບນັກຂ່າວໜັງສືພິມ The Hill ວ່າ, ວັນທີ 1 ມີນາຜ່ານມາ, ກະຊວງປ້ອງກັນປະເທດ ອາເມລິກາ ໄດ້ສ້າງໂທລະສັບສາຍດ່ວນເພື່ອຕິດຕໍກັບກະຊວງປ້ອງກັນປະເທດ ລັດເຊຍ ດ້ວຍເປົ້າໝາຍສະກັດກັ້ນການຄິດໄລ່ຜິດພາດ, ບັນດາເຫດທີ່ເກີດຂຶ້ນດ້ານການທະຫານ ແລະ ການກະທຳປີນຂັ້ນໄດ. ອາເມລິກາຮັກສາບາງຊ່ອງທາງເພື່ອປຶກສາຫາລືບັນດາຄວາມໝັ້ນຄົງສຳຄັນກັບ ລັດເຊຍ ໃນກໍລະນີຜິດປົກກະຕິ ຫຼື ຮີບດ່ວນ.
ໃນຂະນະນັ້ນຕາມສຳນັກຂ່າວສານ CNN ແລ້ວ, ໂດຍພື້ນຖານ ໂທລະສັບສາຍດ່ວນນີ້ ແມ່ນການແລກປ່ຽນເບີໂທລະສັບ, ຈາກສູນສູ້ຮົບຂອງກອງບັນຊາການເອີລົບກອງທັບອາເມລິກາ ເຊິ່ງຕັ້ງທັບຢູ່ນະຄອນ Stuttgart, , ເຢຍລະມັນ ແລະ ເບີໂທລະສັບຈາກກະຊວງປ້ອງກັນປະເທດລັດເຊຍ ຢູ່ມົດສະກູ.
ນັກຂ່າວ VOV ປະຈຳ ອາເມລິກາ