ອາເມລິກາ ແລະ ລາວ ຈັດຕັ້ງການໂອ້ລົມສົນທະ ນາຮອບດ້ານຄັ້ງທີ 4

ອາເມລິກາ ແລະ ລາວ ຈັດຕັ້ງການໂອ້ລົມສົນທະ ນາຮອບດ້ານຄັ້ງທີ 4 - ảnh 1

(vovworld) - ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ: ​ໃນ​ວັນ​ທີ 27/6, ອາ​ເມ​ລິ​ກາ ​ແລະ ລາວ ​ໄດ້​ຈັດ​ຕັ້ງ​ການ​ໂອ້​ລົ​ມສົນທະນາ 2 ຝ່າຍ​ຮອບດ້ານ​ຄັ້ງ​ທີ 4 ​ເພື່ອ​ປຶກສາ​ຫາລື ກ່ຽວ​ກັບ​ບັນດາ​ບັນຫາ​ລະຫວ່າງ 2 ປະ​ເທດ ​ແລະ ພາກ​ພື້ນ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ບັນດາ​ການ​ພົວພັນ 2 ຝ່າຍ. ການ​ໂອ້​ລົມ​ສົນທະ​ນາ​ດັ່ງກ່າວ ​ໄດ້​ສ້າງ​ກາລະ​ໂອກາດ​ເພື່ອ​ໃຫ້ 2 ປະ​ເທດ​ເຂົ້າ​ຮ່ວມ​ການ​ປຶກສາ​ຫາລື​ຮອບດ້ານ​ກ່ຽວ​ກັບ​ບັນດາ​ບັນຫາ 2 ຝ່າຍ ​ແລ​ະ ພາກ​ພື້ນ ​​ສ່ອງ​ແສງ​ການ​ພັດທະນາ​ສາຍ​ພົວພັນ​ລະຫວ່າງ 2 ປະ​ເທດ. 2 ​ຝ່າຍ ​ໄດ້​ປຶກສາ​ຫາລື​ບັນດາ​ບັນຫາ​​: ​ເລື່ອງ ລາວ ​ເຂົ້າ​​ເປັນສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ (ຫຼື WTO) ​​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ຄວາມ​ມານະ​ພະຍາຍາມ 2 ຝ່າຍ​ເພື່ອ​​ແນ​ໃສ່​ຊ່ວຍ​ເຫຼືອ​ລາວ ​ແກ້​ໄຂ​ບັນຫາ​ພະລາທິການ ກໍ​ຄື​ການ​ຮ່ວມ​ມື​ໃນ​ບັນດາ​ບັນຫາ​ຄື: ສາທາລະນະ​ສຸກ, ແລກປ່ຽນ​ດ້ານສື​ກສາ, ຕ້ານ​ຢາ​ເສບ​ຕິດ, ປະຕິ​ບັດ​ກົດໝາຍ, ​ໄພ​ການຄ້າມະນຸດ ​ແລະ ປົກ​ປັກ​ຮັກສາ​ສິ່ງ​​ແວດ​ລ້ອ​ມ. ນອກຈາກ​ນັ້ນ, 2 ຝ່າຍ​ກໍ​ປຶກສາ​ຫາລື ​ບັນດາ​ຄວາມ​ມານະ​ພະຍາຍາມ ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນດາ​ບັນຫາ ທະຫານ ອາ​ເມ​ລິ​ກາ ຍັງ​ຄົງຫາຍ​ສາບ​ສູນ ​ໃນ​ປາງ​ສົງຄາມຢູ່​ລາວ. ກໍ​ທີ່​ການ​ໂອ້​ລົມ​ສົນທະນາ​ດັ່ງກ່າວ, ອາ​ເມ​ລິ​ກາ ​ໄດ້​ຢືນຢັນຄືນ​ໃໝ່ຈະ​ສະໜັບສະໜູນບົດບາດ​ເປັນ​ໃຈກາງ​ຂອງ​ອາ​ຊຽນ ​ໃນ​ໂຄງ​ປະກ​ອບພາກ​ພື້ນທີ່​ພວ​ມ ພັດທະນາ ຢູ່​ອາຊີ - ປາຊີ​ຟິກ ​ແລະ ​ເນັ້ນ​ໜັກ​ຄວາມສ​ຳຄັນ​ຂອງ ອາ​ຊຽນ ​ໃນ​ເລື່ອງ​ກໍ່​ຄວາມ​​ດັນ ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນດາ​ບັນຫາ​ໃນ​ພາກ​ພື້ນ.

 

ຂ່າວ/ບົດ​ອື່ນ