ອາ​ເມ​ລິ​ກາ ແລະ ອັງ​ກິດ ​ບຸກ​ໂຈມ​ຕີ ຫຼາຍ​ເປົ້າ​ໝາຍ​ຂອງ Houthi ຢູ່​ເຢ​ແມນ

(VOVWORLD) - ບັນດາເຮືອບິນສູ້ຮົບ ຂອງອາເມລິກາ ແລະ ອັງກິດໄດ້ປະຕິບັດບັນດາເຫດບຸກໂຈມຕີທາງອາກາດ ເລັ່ງໃສ່ບັນດາເປົ້າໝາຍຂອງກຳລັງ Houthi ຢູ່ບາງນະຄອນຂອງ ເຢແມນ
ອາ​ເມ​ລິ​ກາ ແລະ ອັງ​ກິດ ​ບຸກ​ໂຈມ​ຕີ ຫຼາຍ​ເປົ້າ​ໝາຍ​ຂອງ Houthi ຢູ່​ເຢ​ແມນ - ảnh 1ພາບປະກອບ: Reuters 

ວັນທີ 4 ຕຸລາ, ບັນດາເຮືອບິນສູ້ຮົບ ຂອງອາເມລິກາ ແລະ ອັງກິດໄດ້ປະຕິບັດບັນດາເຫດບຸກໂຈມຕີທາງອາກາດ ເລັ່ງໃສ່ບັນດາເປົ້າໝາຍຂອງກຳລັງ Houthi ຢູ່ບາງນະຄອນຂອງ ເຢແມນ ເຊິ່ງແມ່ນຂີດໝາຍບັ້ນບຸກໂຈມຕີຄັ້ງຫຼ້າສຸດຂອງກຳລັງ ອາເມລິກາ ແລະ ອັງກິດໂຕ້ຕອບບັນດາການບຸກໂຈມຕີຂອງ Houthi ເລັ່ງໃສ່ກຳປັ່ນການຄ້າທີ່ເດີນທາງຜ່ານທະເລແດງ. ຊ່ອງໂທລະພາບ Al-Masirah ໂດຍ Houthi ບໍລິຫານ ໃຫ້ຮູ້ວ່າ ບັນດາເຮືອບິນ ຂອງອາເມລິກາ ແລະ ອັງກິດໄດ້ດຳເນີນເຫດບຸກໂຈມຕີ 4 ຄັ້ງເລັ່ງໃສ່ເມືອງ Al-Thawra ຢູ່ນະຄອນຫຼວງ Sanaa, ການບຸກໂຈມຕີເລັ່ງໃສ່ທາງທິດໃຕ້ນະຄອນ Dhamar 1 ຄັ້ງ ແລະ ບັ້ນບຸກໂຈມຕີອື່ນເລັ່ງໃສ່ສະໜາມບິນ Hodeida ກໍ່ຄືພາກພື້ນ Al-Katheeb ຢູ່ນະຄອນທາງທິດຕາເວັນຕົກ Hodeidah 7 ຄັ້ງ. ບັນດາພາບຖ່າຍ ແລະ ວີດີໂອ ໄດ້ເອົາລົງສື່ສັງຄົມອອນໄລ ໄດ້ສະແດງໃຫ້ເຫັນ ຄວັນພຸ່ງຂຶ້ນ ຈາກບັນດາສະຖານທີ່ຢູ່  Sanaa ແລະ Hodeidah. 

ຕອບກັບ

ຂ່າວ/ບົດ​ອື່ນ