(ພາບ:vietnamplus.vn)
(TTXVN)- ວັນທີ 21/10, ກອງທັບອາເມລິກາ ແລະ ອິດສະຣາແອນ ເລີ່ມດຳເນີນການຊ້ອມຮົບຮ່ວມປ້ອງກັນລູກສອນໄຟຂະໜາດໃຫ່ຍທີ່ມີຊື່ວ່າ “ການທ້າທາຍທີ່ຮ້າຍແຮງ-12“ ຊື່ງຄາດວ່າຈະແກ່ຍາວໃນເວລາ 3 ອາທິດ. ການຊ້ອມຮົບຄັ້ງນີ້ຖືກຕີລາຄາວ່າແມ່ນການເຄື່ອນໄຫວດ້ານການທະຫານຮ່ວມຂະໜາດໃຫ່ຍກ່ວາໝູ່ນັບແຕ່ກ່ອນມາລະຫວ່າງກອງທັບສອງປະເທດ. ເຂົ້າຮ່ວມການຊ້ອມຮົບມີທະຫານມາຈາກກອງບັນຊາການເອີລົບ ຂອງອາເມລິກາ 3500 ຄົນ ແລະ ທະຫານອິດສະຣາແອນ 1000 ຄົນ. ວົງການນັກສັງເກດການໃຫ້ຂໍ້ສັງເກດວ່າ, ການຊ້ອນຮົບຄັ້ງນີ້ອາດຈະແມ່ນສານທີ່ຈະແຈ້ງຝາກສົ່ງເຖິງອີຣານ ກ່ຽວຂ້ອງເຖິງບັນຫານິວເຄຼຍຂອງປະເທດນີ້, ໃນສະພາບການທີ່ການພົວພັນລະຫວ່າງວໍຊິງຕັນ ແລະ ເຕເຮຣານ ສືບຕໍ່ມີຄວາມເຄັ່ງຕຶງ ພ້ອມກັບຫາງສຽງທີ່ວ່າ ອິດສະຣາແອນ ຈະບຸກໂຈມຕີບັນດາຮາກຖານນິວເຄຼຍຂອງອີຣານ ຫຼືບໍ່? ແຕ່ເຖິງຢ່າງໃດກໍ່ຕາມ ວົງການເຈົ້າໜ້າທີ່ອາເມລິກາ ແລະ ອິດສະຣາແອນ ລ້ວນແຕ່ຢັ້ງຢືນວ່າບໍ່ມີການກ່ຽວຂ້ອງເຖງບັນຫາເຫຼົ່ານີ້.