ອາເມລິກາ ແລະ EU ເປີດກວ້າງຄຳສັ່ງລົງໂທດລັດເຊຍ

ອາເມລິກາ ແລະ EU ເປີດກວ້າງຄຳສັ່ງລົງໂທດລັດເຊຍ - ảnh 1
(ພາບປະກອບ)

(vovworld) –  ວັນ​ທີ 16/07, ອຳນາດ​ການ​ປົກຄອງ​ຂອງ​ທ່ານ​ປະທານ​ນາ​ທິບໍດີ​ອາ​ເມ​ລິ​ກາ Barack Obama ​​ຖະ​ແຫຼ​ງວ່າ ​ໄດ້​ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ໃນ​ຂອບ​ເຂດ​ກວ້າງຂວາງທີ່​ສຸດ​ສຳລັບ​ລັດ​ເຊຍ. ​ເຫ​ດຜົນ​ລົງ​ໂທດ ​ເຊິ່ງກະຊວງ​ການ​ເງິນ​ອາ​ເມ​ລິ​ກາ ຍົກ​ອອກ​ມາ ​ແມ່ນ​ຍ້ອນການ​​ແຊກ​ແຊງ​ຂອງ​ລັດ​ເຊຍ ​ເຂົ້​າ​ໃນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຢູ​ແກຼນ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ Obama ​ໃຫ້​ຮູ້​ວ່າ ບັນດາ​​ເປົ້າໝາຍ​ລົງ​ໂທດ​ແມ່ນ​ມີ​ການ​ຄັດ​ເລືອກ ​ເພື່ອ​ແນ​ໃສ່​ກໍ່​ຜົນ​ທະ​ທ້ອນ​ເຖິງ​ລັດ​ເຊຍ ຢ່າງ​ໃຫຍ່​ຫຼວງ​ທີ່​ສຸດ ​ໃນ​ຂະນະ​ທີ່​ຈຳກັດ​ສົ່ງ​ຜົນ​ທະ​ທ້ອນ​ເຖິງ​ບັນດາ​ບໍລິສັດ​ຂອງ​ອາ​ເມ​ລິ​ກາ ​ແລະ ບັນດາປະ​ເທດ​ພັນທະ​ມິດ​ເອີ​ລົບ ​ໃນ​ລະດັບ​ຕໍ່າ​ສຸດ. ທ່ານ Obama ຖະ​ແຫຼ​ງວ່າ ຈະ​ສືບ​ຕໍ່​ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ສຳລັບລັດ​ເຊຍ ຖ້າ​ຫາກ​ປະ​ເທດ​ນີ້​ບໍ່​ມີ​ບັນດາ​ມາດ​ຕະການ​ເພື່ອ​ຫຼຸດຜ່ອນ​ສະພາບຄວາມ​ເຄັ່ງ​ຕຶງ​ຢູ່ຢູ​ແກຼນ.

        ​ໃນ​ຂະ​ນະ​ນັ້ນ, ບັນດາ​ການ​ນຳ EU ກໍ່​ອອກ​ຖະ​ແຫຼ​ງການ​ເຫັນ​ດີ​ຮັດ​ແໜ້ນ​ບັນດາ​ຄຳ​ສັ່ງ​ລົງ​ໂທດ​ແນ​ໃສ່​ມົດສກູ, ​ໃນ​ນັ້ນ​ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນ ຢຸດຕິ​ບັນດາ​ບ້ວງ​​ເງິນ​ລົງທຶນ​ໃໝ່​ເຂົ້າ​ລັດ​ເຊຍ.

        ສ່ວນ​ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimir Putin ຢືນຢັນ​ວ່າ, ບັນດາ​ມາດ​ຕະການ​ລົງ​ໂທດ​ຕ້ານລັດ​ເຊຍ ຂອງ​ຝ່າຍ​ຕາ​ເວັນ​ຕົກ ພວມ​ຍູ້​ການ​ພົວພັນ​ລະຫວ່າງ​ລັດ​ເຊຍ - ອາ​ເມ​ລິ​ກາ ​ເຂົ້າ​ໃນ​ສະພາບ​ບໍ່​ມີ​ທາງ​ອອກ ​ແລະ ​ແນ່ນອນ​ວ່າ ສິ່ງ​ດັ່ງກ່າວຈະ​ກໍ່​ຄວາມ​ເສຍ​ຫາຍ​ແກ່​ຜົນ​ປະ​ໂຫຍ​ດຍຸດ​ທະ​ສາດ​ຂອງ​ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ