ອາເມລິກາ ໃຫ້ຄຳໝັ້ນໝາຍຈະໜູນຊ່ວຍ ຍີ່ປຸ່ນ ເພີ່ມທະວີຄວາມສາມາດດ້ານປ້ອງກັນຊາດ
(VOVWORLD) - ການນຳສອງຝ່າຍ ຍັງປຶກສາຫາລືເລື່ອງເພີ່ມທະວີການຮ່ວມມືດ້ານເສດຖະກິດ-ການຄ້າ, ການຊຸກຍູ້ພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ ເສລີ ແລະ ເປີດກ້ວາງ…
ໃນການພົບປະເຈລະຈາຢູ່ທຳນຽບຂາວເມື່ອວັນທີ 13 ມັງກອນ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ເວົົ້າກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ວ່າ ວໍຊິງຕັນ ຈະຮັກສາຄຳໝັ້ນສັນຍາຢ່າງແຮງກັບໂຕກຽວ ຈະເພີ່ມທະວີ ກຳລັງຄວາມສາມາດດ້ານປ້ອງກັນຊາດ ກໍ່ຄືຍ້ອງຍໍບັນດາການປະຕິຮູບດ້ານປ້ອງກັນຊາດຂອງ ຍີ່ປຸ່ນ. ທ່ານປະທານາທິບໍດີ ອາເມລິກາ Joe Biden ຢືນຢັນວ່າການພົວພັນສອງຝ່າຍນັບມື້ນັບໄດ້ນັບການຮັດແໜ້ນ. ສ່ວນ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ໄດ້ຂອບອົກຂອບໃຈຕໍ່ການປະກອບສ່ວນຂອງ ອາເມລິກາ ຕໍ່ຄວາມໝັ້ນຄົງໃນພາກພື້ນ.
ນອກຈາກນັ້ນແລ້ວ, ການນຳສອງຝ່າຍ ຍັງປຶກສາຫາລືເລື່ອງເພີ່ມທະວີການຮ່ວມມືດ້ານເສດຖະກິດ-ການຄ້າ, ການຊຸກຍູ້ພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ ເສລີ ແລະ ເປີດກ້ວາງ… ພາຍຫຼັງການພົບປະ, ການນຳສອງທ່ານ ໄດ້ອອກຖະແຫຼງການຮ່ວມ ໂດຍຢືນຢັນຄືນໃໝ່ບັນດາຄຳໝັ້ນສັນຍາລະຫວ່າງສອງປະເທດ ແລະ ການຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ.