ອຳນາດການປົກຄອງ ທະຫານໄທປະກາດ ແຜນການຈັດການ ເລືອກຕັ້ງທົ່ວປະເທດ


ອຳນາດການປົກຄອງ ທະຫານໄທປະກາດ ແຜນການຈັດການ ເລືອກຕັ້ງທົ່ວປະເທດ - ảnh 1
(ພາບ: .baomoi.com)

(vovworld)- ຕອນ​ຄ່ຳ​ວັນ​ທີ 27/6, ​​ການນຳ​ອຳ​ນາດ​ການ​ປົກ​ຄອງ​ການ​ທະ​ຫານ​ໄທ, ນາຍ​ພົນ ປ​ໄຣ​ຢຸດ ໃຫ້​ຮູ້​ວ່າ: ກອງ​ທັບ​ພວມ​ສ້າງ​ແຜນ​ການ​ຈັດ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ໃນ​ເດືອນ 10/2015. ທ່ານ ປ​ໄຣ​ຢຸດ ປະ​ກາດ​ວ່າ: ອຳ​ນາດ​ການ​ປົກ​ຄອງ​ການ​ທະ​ຫານ​ໄທ ຄາດ​ວ່າ​ຈະ​ປະ​ກາດ​ໃຊ້​ລັດ​ຖະ​ທຳ​ມະ​ນູນ​ຊົ່ວ​ຄາວ​ໃນ​ເດືອນ 7/2014 ຈະ​ມາ​ເຖິງ ແລະ ລັດ​ຖະ​ທຳ​ມະ​ນູນ​ທາງ​ການ​ໃນ​ເດືອນ 7/2015. ຕາມ​ທ່ານ ປ​ໄຣ​ຢຸດ, ປະ​ຈຸ​ບັນ, ວິ​ວັດ​ການ​ຮຽບ​ຮຽງ​ໄດ້​ປະ​ຕິ​ບັດ​ສຳ​ເລັດ​ແລ້ວ, ທ່ານ​ໃຫ້​ຮູ້​ວ່າ: ພາຍຫຼັ​ງ​ທີ່ລັດ​ຖະ​ທຳ​ມະ​ນູນ​ຊົ່ວ​ຄາວ​ໄດ້​ປະ​ກາດ​ໃຊ້, ​ອຳ​ນາດ​ການ​ປົກ​ຄອງ​ການ​ທະ​ຫານ​ຈະ​ສ້າງ​ຕັ້ງ​ລັດ​ຖະ​ບານ ແລະ ສະ​ພາ​ແຫ່ງ​ຊາດ​ຊົ່ວ​ຄາວ​ໃນ​ເດືອນ 9/2015 ແລະ ສະ​ພາ​ທີ່​ປຶກ​ສາ​ໃນ​ເດືອນ 10/2015. ນາຍ​ພົນ ປ​ໄຣ​ຢຸດ ຍັງ​ເປ​ີດ​ເຜີຍ​ວ່າ​: ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດຈະ​ຖືກ​ຈັດ​ຕັ້ງ​ຂຶ້ນ​ພາຍຫຼັງ​ເວ​ລາ 3 ເດືອນ​ທີ່​ລັດ​ຖະ​ທຳ​ມະ​ນູນ​ໄດ້​​ຮັບ​ການປະ​ກາດ​ໃຊ້​ຢ່າງ​ເປັນ​ທາງ​ການ./.

ຂ່າວ/ບົດ​ອື່ນ