ຮັກສາ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​, ມິດຕະພາບ​ລະຫວ່າງ ລັດ​ເຊຍ - ຫວຽດນາມ

(VOVWORLD) -ປີ 2020, ຫວຽດນາມ ແລະ ສະຫະພັນ ລັດເຊຍ ຈະຈັດຕັ້ງການສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງຫວຽດນາມ - ລັດເຊຍ (30/01/1950 – 30/01/2020) ຄົບຮອບ 70 ປີ.

         ເມື່ອຕອບສໍາພາດຕໍ່ສື່ມວນຊົນເນື່ອງໃນໂອກາດນີ້, ທ່ານ Konstantin V.Vnukov ເອກອັກຄະລັດຖະທູດ ສະຫະພັນ ລັດເຊຍ ປະຈໍາ ຫວຽດນາມ ຢັ້ງຢືນວ່າ ສອງປະເທດ ພວມມີການເຈລະຈາດ້ານການເມືອງເປັນຫຼາຍຮູບຫຼາບແບບ ແລະ ມີປະສິດທິຜົນຢູ່ຂັ້ນສູງສຸດ. ໃນ 3 ປີ ມໍ່ໆມານີ້, ບັນດາການນໍາສູງສຸດຂອງລັດເຊຍ ແລະ ຫວຽດນາມ ລ້ວນແຕ່ໄດ້ມີການຢ້ຽມຢາມ ປະເທດຂອງກັນ. ບັນດາການຢ້ຽມຢາມເຫຼົ່ານັ້ນ ບໍ່ພຽງແຕ່ມີລັກສະນະພິທີການເທົ່ານັ້ນ ຫາກຍັງແມ່ນກາລະໂອກາດເພື່ອໃຫ້ການນໍາຂັ້ນສູງຂອງ ລັດເຊຍ ແລະ ຫວຽດນາມ ປຶກສາຫາລືກ່ຽວກັບບັນດາຂົງເຂດຮ່ວມມືໃນຕົວຈິງຄື: ດ້ານການຄ້າ, ການລົງທຶນ, ວິທະຍາສາດ, ການສຶກສາ, ເຕັກໂນໂລຢີ, ບັນດາຂົງເຂດສັງຄົມ. ໃນການຢ້ຽມຢາມຄັ້ງຕ່າງໆນັ້ນ, ມີເອກະສານຮ່ວມມືລະຫວ່າງສອງປະເທດຫຼາຍສະບັບ ໄດ້ລົງນາມກັນ.

        ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ໜຶ່ງໃນບັນດາເຫດການພົ້ນເດັ່ນທີ່ສຸດ ແມ່ນເລື່ອງ ປະຕິບັດ “ປີມິດຕະພາບ ຫວຽດນາມເຄື່ອນໄຫວຢູ່ລັດເຊຍ, ລັດເຊຍເຄື່ອນໄຫວຢູ່ຫວຽດນາມ 2019 – 2020”. ໃນຂອບເຂດບັນດາເຫດການດັ່ງກ່າວ ໄດ້ດໍາເນີນຫຼາຍເຫການໃຫຍ່ໃນຂົງເຂດເສດຖະກິດ, ວັດທະນະທໍາ, ການສຶກສາ, ກິລາ. ນອກຈາກນັ້ນ, ຍັງມີໜຶ່ງເຫດການສໍາຄັນທີ່ສຸດໃນຂົງເຂດຮ່ວມມືເສດຖະກິດ-ການຄ້າ ນັ້ນແມ່ນ ເລື່ອງລົງນາມໃນສັນຍາການຄ້າເສລີ (FTA) ລະຫວ່າງ ສະຫະພັນເສດຖະກິດ ອາຊີ - ເອີຣົບ ແລະ ຫວຽດນາມ, ເຊິ່ງມີຜົນສັກສິດແຕ່ປີ 2016.

        ໂດຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານຂອງກັນ, ຕາມທ່ານເອກອັກຄະລັດຖະທູດ Konstantin V.Vnukov ແລ້ວ, ໃນໄລຍະຈະມາເຖິງ, ລັດຖະບານສອງປະເທດຄວນເອົາໃຈໃສ່ເປັນພິເສດເຖິງການປັບປຸງສາຍພົວພັນລະຫວ່າງບັນດາທ້ອງຖິ່ນຕ່າງໆ, ຕັ້ງໜ້າຊຸກຍູ້ການຮ່ວມມືໃນຂົງເຂດສັງຄົມໃຫ້ດີກວ່າອີກ.


ຕອບກັບ

ຂ່າວ/ບົດ​ອື່ນ