ຮັກສາຄວາມສະຫງົບແຫ່ງຊາດ,ຄວາມເປັນລະບຽບຮຽບຮ້ອຍ,ຄວາມປອດໄພທາງສັງຄົມໃນທຸກກໍລະນີ
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກ່າວຄຳເຫັນຊີ້ນຳກອງປະຊຸມ
(ພາບ: qdnd.vn)
(vovworld) – ຕອນເຊົ້າວັນທີ 18/12, ກອງປະຊຸມຕຳຫຼວດທົ່ວປະເທດຄັ້ງທີ 69 ໄຂຂຶ້ນຢູ່ນະຄອນຫຼວງ ຮ່າໂນ້ຍ ເພື່ອສະຫລຸບສະພາບການ, ໝາກຜົນຂອງວຽກງານຮັບປະກັນຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຂະບວນການແຂ່ງຂັນ “ເພື່ອຄວາມສະຫງົບຂອງປະເທດຊາດ” ປີ 2013, ຜັນຂະຫຍາຍໜ້າທີ່ວຽກງານຮັບປະກັນຄວາມສະຫງົບ, ຄວາມເປັນລະບຽນຮຽບຮ້ອຍ ແລະ ປຸກລະດົມຂະບວນການແຂ່ງຂັນປີ 2014. ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຮັບຮູ້ວ່າກຳລັງຕຳຫຼວດປະຊາຊົນປະຕິບັດວຽກງານຮັບປະກັນຄວາມສະຫງົບ, ຄວາມເປັນລະບຽນຮຽບຮ້ອຍ ທາງສັງຄົມ, ປະກອບສ່ວນຮັກສາສະຖຽນລະພາບທາງດ້ານການເມືອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນອັນຄົບຖ້ວນ, ສ້າງສະພາບແວດລ້ອມສະດວກເພື່ອພັດທະນາເສດຖະກິດ, ເປີດກ້ວາງການພົວພັນກັບຕ່າງປະເທດ ແລະ ປະກອບສ່ວນສຳຄັນເຂົ້າໃນການປະຕິບັດບັນດາຈຸດໝາຍພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດໃນປີຜ່ານມາ. ທ່ານເລຂາທິການໃຫຍ່ສະເໜີໃຫ້ກຳລັງຕຳຫຼວດປະຊາຊົນສືບຕໍ່ຊາບຊຶມຢ່າງເລິກເຊິ່ງ, ຫັນເປັນລະອຽດບັນດາທັດສະນະ, ແນວຄິດຊີ້ນຳຂອງພັກກອມມູນິດ ຫວຽດນາມ ກ່ຽວກັບຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກວ່າ:
“ການເຄື່ອນໄຫວທັງໝົດຂອງກຳລັງຕຳຫຼວດ ປະຊາຊົນຕ້ອງສຸມໃສ່ປະຕິບັດໜ້າທີ່ຈຸດສຸມແມ່ນຮັກສາຄວາມສະຫງົບແຫ່ງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃນທຸກໆກໍລະນີ. ນັ້ນແມ່ນຈຸດໝາຍ, ໜ້າທີ່ຕ້ອງເດັດດຽວປະຕິບັດໃຫ້ໄດ້. ຫຍຸ້ງຍາກແນວໃດກໍ່ຕ້ອງປະຕິບັດໃຫ້ໄດ້. ຕ້ອງປະຕິບັດຢ່າງເດັດຂາດ ແລະ ມີປະສິທິຜົນ, ດ້ວຍບັນດາວິທີ, ມາດຕະການສະຫຼາດຄ່ອງແຄ້ວ, ອ່ອນໂຍນ ແລະ ບາງເທື່ອກໍ່ຕ້ອງເດັດດຽວ, ມີໄຫວພິບ”
ທ່ານເລຂາທິການໃຫຍ່ ຮຽກຮ້ອງໃຫ້ກຳລັງຕຳຫຼວດປະຊາຊົນເປັນເຈົ້າການກຳແໜ້ນ, ໄຈ້ແຍກ, ຄາດຄະເນສະພາບການເພື່ອເສນາທິການໃຫ້ພັກ ,ລັດ ມີແຜນນະໂຍບາຍ, ລັດຖະນະໂຍບາຍຖືກຕ້ອງເພື່ອຮັກສາຄວາມສະຫງົບແຫ່ງຊາດ.