(VOVWORLD) - ຕອນເຊົ້າວັນທີ 10 ພະຈິກ, ພິທີໄຂກອງປະຊຸມວົງແຄບ ລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນ (ADMM ວົງແຄບ) ຖືກຈັດຂຶ້ນຕາມຮູບການທາງໄກ, ພາຍໃຕ້ການເປັນປະທານຂອງ ບຣູໄນ. ກອງປະຊຸມ ໄດ້ສຸມໃສ່ອັບເດດສະພາບການຮ່ວມມືນັບແຕ່ກອງປະຊຸມ ADMM ຄັ້ງທີ 15 ແລະ ກອງປະຊຸມ ADMM+ ຄັ້ງທີ 8; ແລກປ່ຽນທັດສະນະກ່ຽວກັບການກຳນົດທິດຍຸດທະສາດຂອງ ADMM ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ADMM ຄົບຮອບ 15 ປີ.
ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ (ພາບ: qdnd.vn) |
ກ່າວຄຳເຫັນນະທີ່ນີ້, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຢັ້ງຢືນວ່າ: ໃນສະພາບທີ່ບັນດາປະເທດໃຫຍ່ສ້າງຕັ້ງກົນໄກຫຼາຍຝ່າຍ ແລະ ຍຸດທະສາດໃໝ່ນັບມື້ນັບຫຼາຍນັ້ນ, ກອງປະຊຸມ ADMM ໄດ້ ແລະ ຈະສືບຕໍ່ ມານະພະຍາຍາມສະແດງທີ່ຕັ້ງບົດບາດຂອງຕົນ, ຮັບປະກັນຄວາມດຸ່ນດ່ຽງຜົນປະໂຫຍດຢູ່ພາຍໃນ ແລະ ພາຍນອກກຸ່ມ, ຕອບສະໜອງຄວາມສົນໃຈຂອງຄູ່ຮ່ວມມືນັບທັງຢູ່ພາຍໃນ ແລະ ພາຍນອກ ADMM+, ຮັບປະກັນໃຫ້ບັນດາປະເທດຢູ່ນອກພາກພື້ນ ອາຊຽນ ມີຄວາມຮັບຜິດຊອບຕໍ່ບັນຫາລວມຂອງພາກພື້ນ. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ:
“ຮັກສາຄວາມໝັ້ນຄົງ, ປອດໄພ, ຄວາມເສລີໃນການເດີນເຮືອ, ການບິນ ແມ່ນຜົນປະໂຫຍດຂອງທຸກປະເທດໃນໂລກ, ເພາະສະນັ້ນ, ອາຊຽນ ຄວນຢຶດໝັ້ນຕໍ່ຫຼັກໝັ້ນ, ຫຼັກການກ່ຽວກັບທະເລຕາເວັນອອກ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ຊຸກຍູ້ຄຳໝັ້ນສັນຍາຂອງບັນດາປະເທດຢ່າງແຮງໃນການປະຕິບັດການຮ່ວມມືສາກົນ, ປະພຶດຢ່າງມີຄວາມຮັບຜິດຊອບ, ລະງັບໃຈ, ບໍ່ມີການກະທຳກໍ່ຄວາມເຄັ່ງຕຶງ, ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ປະຕິບັດ ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະມີປະສິດທິຜົນ, ຊຸກຍູ້ການສ້າງກົດແຫ່ງການປະພຶດ (COC) ໃຫ້ປະສິດທິພາບ ແລະ ມີປະສິດທິຜົນໂດຍໄວ, ສອດຄອ່ງກັບກົດໝາຍສາກົນ ແລະ ສົນທິສັນຍາ ຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.”
ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ: qdnd.vn) |
ກ່ຽວກັບໂລກລະບາດໂຄວິດ - 19, ທ່ານ ພົນເອກ ຟານວັນຢາງ ຢັ້ງຢືນເຖິງ ຄວາມສາມາດຮັບມືກັບສະພາບການໃໝ່ຂອງ ADMM, ລວມທັງການຈັດຕັ້ງການເຄື່ອນໄຫວແບບທາງໄກ ແລະ ການເຄື່ອນໄຫວໂດຍກົງ, ສອດຄ່ອງກັບຄວາມຮັບຮູ້ລວມຂອງການນຳຂັ້ນສູງໃນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38 ແລະ 39 ຜ່ານມາ./.
ຫວິງຟອງ