ຮັກສາທະເລຕາເວັນອອກແມ່ນເຂດທະເລຂອງການຄ້າ ແລະວັດທະນາຖາວອນ
(VOVWORLD) -ນີ້ແມ່ນຄັ້ງທຳອິດບັນດາປະເທດ ອາຊຽນເຂົ້າຮ່ວມກອງປະຊຸມດັ່ງກ່າວ. ການເຄື່ອນໄຫວນີ້ໄດ້ຮັບຖືວ່າແມ່ນສັນຍານສະແດງໃຫ້ເຫັນ ຄວາມສົນໃຈນັບມື້ນັບເພີ່ມຂຶ້ນຂອງ G7 ສຳລັບ ພາກພື້ນ ມະຫາສະໝຸດອິນເດຍ -ປາຊີຟິກ ກໍ່ຄືບົດບາດໃຈກາງຂອງ ອາຊຽນ.
ທ່ານລັດຖະມົນຕີການຕ່າງປະເທດ ມາເລເຊຍ Saifuddin Abdullah.(ພາບ:TTXVN) |
ວັນທີ 12 ທັນວາ ກ່າວຄຳເຫັນທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ເວທີປາໄສຂອງ 7 ປະເທດມີພື້ນຖານເສດຖະກິດພັດທະນາໃຫຍ່ກວ່າໝູ່ຂອງໂລກ (G7) ຕາມຮູບການທາງໄກ, ທ່ານ Saifuddin Abdullah ລັດຖະມົນຕີການຕ່າງປະເທດ ມາເລເຊຍ ຮຽກຮ້ອງການຮ່ວມມືນຳກັນເພື່ອສົກສູງກຳລັງຄວາມສາມາດປ້ອງກັນ, ຕ້ານ ແລະຮັບມືກັບບັນດາການກະທຳລະເມີດກົດໝາຍຢູ່ ທະເລ ພ້ອມທັງເນັ້ນຫນັກຄວາມສຳຄັນຂອງການຮັກສາທະເລຕາເວັນອອກແມ່ນເຂດທະເລຂອງການຄ້າ, ການພົວພັນແລກປ່ຽນການຄ້າ ແລະ ວັດທະນາຖາວອນ. ທີ່ກອງປະຊຸມ ທ່ານ Saifuddin Abdullah ຢັ້ງຢືນ ຫລັກໝັ້ນສະເຫມີຕົ້ນສະເຫມີປາຍຂອງມາເລເຊຍ ແມ່ນແກ້ໄຂບັນດາການຂັດແຍ້ງຢູ່ທະເລຕາເວັນອອກ ໂດຍສັນຕິວິທີ ແລະມີລັກສະນະສ້າງສັນ,ບົນພື້ນຖານກົດໝາຍສາກົນເປັນຕົ້ນແມ່ນ ສົນທິສັນຍາຂອງສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.
ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ -G7 ດຳເນີນໄປຢູ່ນອກກອງປະຊຸມລັດຖະມົນຕີ G7 ຊື່ງອັດລົງຢູ່ນະຄອນ Liverpool ຂອງອັງກິດ ໃນວັນດຽວກັນ (12 ທັນວາ).ນີ້ແມ່ນຄັ້ງທຳອິດບັນດາປະເທດ ອາຊຽນເຂົ້າຮ່ວມກອງປະຊຸມດັ່ງກ່າວ. ການເຄື່ອນໄຫວນີ້ໄດ້ຮັບຖືວ່າແມ່ນສັນຍານສະແດງໃຫ້ເຫັນ ຄວາມສົນໃຈນັບມື້ນັບເພີ່ມຂຶ້ນຂອງ G7 ສຳລັບ ພາກພື້ນ ມະຫາສະໝຸດອິນເດຍ -ປາຊີຟິກ ກໍ່ຄືບົດບາດໃຈກາງຂອງ ອາຊຽນ.