ຮັກສາ, ເພີ່ມພູນຄູນສ້າງການພົວພັນແບບພິເສດ ຫວຽດນາມ - ລາວ

(VOVWORLD) - ວັນທີ 27 ຕຸລາ, ຄະນະໂຄສະນາສຶກສາຄະນະພັກແຂວງ ບີງດິ້ງ ຈັດຕັ້ງພິທີສະຫລຸບ ແລະ ມອບລາງວັນການເສັງ “ຊອກຮູ້ປະຫວັດແຫ່ງການພົວພັນແບບພິເສດ ຫວຽດນາມ - ລາວ ປີ 2017”. 

ການເສັງສືບຕໍ່ຢືນຢັນການພົວພັນສັດຊື່ບໍລິສຸດ, ຈົ່ງຮັກພັກດີ, ຜູກພັນກັນຢ່າງໜຽວແໜ້ນລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ໄດ້ຮັບການເພີ່ມພູນຄູນສ້າງໃນວິວັດການສ້າງສາ, ພັດທະນາ. ການເສັງມີກຳລັງແຜ່ຂະຫຍາຍຢ່າງກ້ວາງຂວາງໃນສັງຄົມ ແລະ ໄດ້ຮັບການຕອບສະໜອງເຂົ້າຮ່ວມການເສັງຈາກພະນັກງານ, ສະມາຊິກພັກ, ປະຊາຊົນເປັນຈຳນວນຫລວງຫລາຍ ດ້ວຍບົດຂຽນເຂົ້າຮ່ວມການເສັງເກືອບ 7.000 ບົດ.

        ຄະນະຈັດຕັ້ງ ແລະ ຄະນະກຳມະການ ການເສັງໄດ້ມອບລາງວັນທີ່ໜຶ່ງ 2 ລາງວັນ, ລາງວັນທີ່ສອງ 4 ລາງວັນ, ລາງວັນທີ່ສາມ 6 ລາງວັນ ແລະ ລາງວັນຊົມເຊີຍ 29 ລາງວັນ.

ຕອບກັບ

ຂ່າວ/ບົດ​ອື່ນ