ຮັບປະກັນການຕິດຕໍ່ສື່ສານຢ່າງດີທີ່ສຸດສຳລັບ APEC 2017

(VOVWORLD) - ຂະແໜງໄປສະນີໂທລະຄົມມະນາຄົມ ແລະ ບັນດາກຸ່ມບໍລິສັດໂທລະຄົມ ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຮັບປະກັນວຽກງານສະໜອງຂໍ້ມູນຂ່າວສານ ແລະ ຕິດຕໍ່ສື່ສານທີ່ APEC 2017.
ຮັບປະກັນການຕິດຕໍ່ສື່ສານຢ່າງດີທີ່ສຸດສຳລັບ APEC 2017 - ảnh 1ທ່ານ ຕ່າວຕ່ວານຖັ້ງ, ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດໂທລະຄົມກອງທັບ Viettel 

ໄປສະນີໂທລະຄົມ ດ່ານັ້ງ (VNPT  ດ່ານັ້ງ) ສຸມໃສ່ຍົກລະດັບເຄືອຂ່າຍຢູ່ທຸກໆສະຖານທີ່ຈັດຕັ້ງ APEC, ບັນດາສະຖານທີ່ເພື່ອຮັບໃຊ້ຄະນະຈັດຕັ້ງເພື່ອຮັບປະກັນຕອບສະໜອງຄວາມຕ້ອງການນຳໃຊ້ບໍລິການຢ່າງຄົບຖ້ວນ. ລະອຽດຄື, VNPT  ດ່ານັ້ງ ໄດ້ລົງທຶນໃຫ້ແກ່ການກະຈາຍຄື້ນ wifi 3G ແລະ 4G ຢູ່ຫຼາຍສະຖານທີ່, ເພີ່ມເຕີມວັດຖຸອຸປະກອນ… ນອກຈາກນັ້ນ, VNPT  ດ່ານັ້ງ ຍັງໄດ້ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຕິດຕັ້ງ ກ້ອງວົງຈອນປິດ ຢູ່ຫຼາຍສະຖານທີ່, ພ້ອມທັງສ້າງຕັ້ງລະບົບປະຕູກວດກາດ້ວຍຈາກບໍລິການຮັກສາຄວາມປອດໄພຄວາມໝັ້ນຄົງໃຫ້ APEC.

        ໃນຂະນະນັ້ນ, ບັນດາບໍລິສັດໂທລະຄົມ, ບັນດາກິດຈະກຳພື້ນຖານໂຄງລ່າງໂທລະຄົມ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານຮັບໃຊ້ສັບປະດາກອງປະຊຸມສຸດຍອດ APEC ໄດ້ຮັບການປະຕິບັດຢ່າງວ່ອງໄວ. ທ່ານ ຕ່າວຕ່ວານຖັ້ງ, ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດໂທລະຄົມກອງທັບ Viettel, ໃຫ້ຮູ້ວ່າ:

“Viettel ໄດ້ຊັບຊ້ອນບຸກຄະລາກອນ ພ້ອມກັບບັນດາວັດຖຸອຸປະກອນດີທີ່ສຸດເພື່ອຮັບໃຊ້ APEC. ປະຈຸບັນ, ພວກຂ້າພະເຈົ້າໄດ້ຜັນຂະຫຍາຍພື້ນຖານໂຄງລ່າງເຕັກໂນໂລຢີຂໍ້ມູນຂ່າວສານ ເຖິງບັນດາສະຖານທີ່ຈັດຕັ້ງເຫດການແລ້ວ. ມາຮອດປະຈຸບັນ, ທຸກໆວຽກງານ ກໍ່ສ້າງພື້ນຖານໂຄງລ່າງ, ເຄືອຂ່າຍຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານໄດ້ຮັບການ ກວດກາຢ່າງລະອຽດ ຈາກ Viettel, ຈັດຕັ້ງການເຝິກຊ້ອມ ແລະ ກຽມພ້ອມເພື່ອສະໜອງການບໍລິການໃຫ້ເຫດການ.”

ຕອບກັບ

ຂ່າວ/ບົດ​ອື່ນ