( vovworld ) – ບໍລິສັດຕາໜ່າງໄຟຟ້າແຮງສູງພາກເໜືອ ສັງກັດບໍລິສັດໄຟຟ້າພາກເໜືອຕັດສິນໃຈຈະປະຕິບັດສຳເລັດວຽກງານປ້ອງກັນ, ຕ້ານພະຍຸນ້ຳຖ້ວມກ່ອນວັນທີ 15/4 ເພື່ອຮັບປະກັນຄວາມປອດໄພຕາໜ່າງໄຟຟ້າແຮງສູງ ຢູ່ 27 ແຂວງທາງພາກເໜືອ ໃນລະດູຝົນ, ພະຍຸປີ 2012. ບໍລິສັດຕາໜ່າງໄຟຟ້າແຮງສູງພາກເໜືອໄດ້ຄຸ້ມຄອງ ແລະ ນຳໃຊ້ສະຖານີປັບໄຟກ່ວາ 114 ແຫ່ງ ແລະ ສາຍໄຟຟ້າ 110kv ເກືອບ 5000 ກມ ຣັບໃຊ້ໃຫ້ແກ່ວຽກງານດຳເນີນທຸລະກິດດ້ານພະລັງງານໄຟຟ້າຂອງ 27 ບໍລິສັດໄຟຟ້າ. ຫລຸດຜ່ອນເຫດການສາຍໄຟຟ້າ 110kv ຂາດໃນລະດັບຕ່ຳສຸດ, ຮັບປະກັນວຽກງານຄຸ້ມຄອງ, ນຳໃຊ້ຕາໜ່າງໄຟຟ້າ 110kv ໃຫ້ປອດໄພ-ປະຢັດ-ເປັນປົກກະຕິ-ມີຄວາມໄວ້ເນື້ອເຊື່ອໃຈ ແມ່ນໜ້າທີ່ຈຸດສຸມຂອງບໍລິສັດໃນໄລຍະແຕ່ນີ້ຮອດປີ 2015.