ຮັບປະກັນຊີວິດສັງຄົມ, ເພື່ອບັນລຸຜົນງານກ່ຽວກັບການມອບສິດໃຫ້ແມ່ຍິງ ແລະ ເດັກຍິງ

ຮັບປະກັນຊີວິດສັງຄົມ, ເພື່ອບັນລຸຜົນງານກ່ຽວກັບການມອບສິດໃຫ້ແມ່ຍິງ ແລະ ເດັກຍິງ - ảnh 1
ທ່ານ​ນາງ ຟ້າ​ມທິຫາຍ​ຈ່ວຽນ, ລັດຖະມົນຕີ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ
(ພາບປະກອບ)

(vovworld) - ວັນ​ທີ 31/3, ຢູ່​ຮ່າ​ໂດຍ, ອົງການ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບລະຫວ່າງ​ຍິງ​ຊາຍ ​ແລະ ມອບ​ສິດ​ໃຫ້​ແກ່​ແມ່ຍິງ UN Women) ສົມທົບ​ກັບ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນ​ທະ​ນາ​ກ່ຽວ​ກັບ​ນະ​ໂຍບາຍ ”​ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ​ຂອງ​ແມ່ຍິງ ​ແລະ ​ເດັກ​ຍິງ​ໃນ​ລະບົບ​ຮັບປະກັນ​ຊີວິດ​ສັງຄົມ: ບຸລິ​ມາ​ສິດ​ແກ່​ການ​ພັດທະນາ”.

        ກ່າວ​ຄວາມ​ເຫັນ​ຢູ່​ທີ່​ນີ້, ທ່ານ​ນາງ ຟ້າ​ມທິຫາຍ​ຈ່ວຽນ, ລັດຖະມົນຕີ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ, ​ເນັ້ນ​ໜັກ​ວ່າ, ການ​ພັດທະນາ​ລະບົບ​ຮັບປະກັນ​ຊີວິດ​ສັງຄົມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ບຸລິ​ມາ​ສິດ​ອັນ​ດັບ​ໜຶ່ງ​ໃນ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ຫວຽດນາມ. ພ້ອມ​ກັບ​ການ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ເຖິງ​ການ​ຮັບປະກັນ​ຊີວິດ​ສັງຄົມ​ແລ້ວ, ພັກ ​ແລະ ລັດ​ຫວຽດນາມ​ ຍັງເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ຄວາມ​ສະ​ເໝີ​ພາບລະຫວ່າງ​ຍິງ​ຊາຍ. ມີ​ຫຼາຍ​ນະ​ໂຍບາຍ​ສຳຄັນ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ​ໄດ້​ຮັບ​ການ​ປະກາດ​ໃຊ້ ​ແລະ ຜັນ​ຂະຫຍາຍ ​ເພື່ອ​ສ້າງ​ກອບ​ກົດໝາຍ ​ແລະ ສະພາບ​ແວດ​ລ້ອມ​ທີ່​ສະດວກ​ໃຫ້​ແກ່​ການ​ປະຕິບັດ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ​ເວົ້າ​ລວມ ​ແລະ ​ໃນ​ຂົງ​ເຂດ​ຮັບປະກັນ​ຊີວິດ​ສັງຄົມ​ເວົ້າ​ສະ​ເພາະ. ສ່ວນ​ທ່ານ​ນາງ​ Phumzile mlambo Ngcuka, ຮອງ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ, ທັງ​ເປັນ​ຜູ້ອຳນວຍການ​ຝ່າຍ​ບໍລິຫານ UN Women ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ​ຫວຽດນາມ​ໃນ​ການ​ເພີ່ມ​ທະວີ​ການ​ຮັບປະກັນ​ຊີວິດ​ສັງຄົມ ​ແລະ ຄວາມ​ຍຸຕິ​ທຳ​ໃນ​ສັງຄົມ.

 

ຂ່າວ/ບົດ​ອື່ນ